ທ່ານ​ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ໃຫ້​ການ​ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ການ​ເງິນ ລາວ

(VOVWORLD) - ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ສຳນັກງານ ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນ ຮັບທ່ານ ລັດຖະມົນຕີການເງິນ ລາວ ສັນຕິພາບ ພົມວິຫານ ພ້ອມກັບຄະນະປະຕິບັດງານ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານ​ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ໃຫ້​ການ​ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ການ​ເງິນ ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໃຫ້ການຕ້ອນ ຮັບທ່ານ ລັດຖະມົນຕີການເງິນ ລາວ ສັນຕິພາບ ພົມວິຫານ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ເນັ້ນໜັ້ກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າ ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ທ່ານປາດຖະໜາ ຢາກສອງຝ່າຍສືບຕໍ່ຮ່ວມມືປະຕິບັດບັນດາຂໍ້ຕົກລົງຮ່ວມມືຂັ້ນສູງຮ່ວມ ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ກໍຄືບັນດາຖະແຫຼງການຂັ້ນສູງ, ຂໍ້ຕົກລົງລະຫວ່າງສອງກະຊວງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ຂອງສອງປະເທດ.

ສ່ວນທ່ານລັດຖະມົນຕີການເງິນລາວ ສັນຕິພາບ ພົມວິຫານ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້. ໃນນັ້ນ ສອງຝ່າຍໄດ້ປະຕິບັດສຳເລັດ 80%ແຜນການໃນຂໍ້ຕົກລົງຮ່ວມມື, ນຳມາເຊິ່ງໝາກຜົນສູງ. ທ່ານລັດຖະມົນຕີ ສັນຕິພາບ ພົມວິຫານ ໃຫ້ຮູ້ວ່າ ສອງຝ່າຍຈະສືບຕໍ່ປະຕິບັດ ບັນດາຂໍ້ຕົກລົງຮ່ວມມືຂັ້ນສູງລວມ, ກໍ່ຄືຂໍ້ຕົກລົງລະຫວ່າງສອງກະຊວງ, ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ຍາວນານ ລະຫວ່າງ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ