ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທ່ງ: ການ​ວາງ​ແຜນກຳ​ນົດ​ໄຟ​ຟ້າ​ເລກ​ທີ 8 ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຊາດ​ເໜືອກວ່າ​ສິ່ງ​ໃດ​ໝົດ

(VOVWORLD) -     ວັນທີ 15 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ໄດ້ເປັນປະທານກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆ ກ່ຽວກັບການວາງແຜນກຳນົດພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2045 (ແຜນຜັງໄຟຟ້າເລກທີ 8) ໃຫ້ສົມບູນແບບ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທ່ງ: ການ​ວາງ​ແຜນກຳ​ນົດ​ໄຟ​ຟ້າ​ເລກ​ທີ 8 ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຊາດ​ເໜືອກວ່າ​ສິ່ງ​ໃດ​ໝົດ - ảnh 1ກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆ ກ່ຽວກັບການວາງແຜນກຳນົດພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2045 (ພາບ: VOV)

ທີ່ກອງປະຊຸມ, ບັນດາທ້ອງຖິ່ນໄດ້ເຫັນດີເປັນເອກະພາບສູງຕໍ່ທັດສະນະ, ການກຳນົດທິດ, ການຊີ້ນຳ ແລະ ວິທີເຮັດທີ່ລະມັດລະວັງ, ລະອຽດຂອງລັດຖະບານ, ນາຍົກລັດຖະມົນຕີ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ; ຈັດແບ່ງແຫຼ່ງໄຟຟ້າລະຫວ່າງເຂດພາກໃຫ້ເໝາະສົມ; ຫຼຸດຄ່າໃຊ້ຈ່າຍລົງທຶນເຂົ້າລະບົບສາຍສົ່ງ, ຜ່ານນັ້ນ ຫຼຸດຍອດເງິນລົງທຶນລົງ, ຮັບປະກັນຄ່າໄຟຟ້າໃຫ້ຢູ່ໃນລະດັບເໝາະສົມ ແລະ ປະຕິບັດຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ.

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ຢັ້ງຢືນທັດສະນະລຸລ່ວງຂອງ ລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ ນັ້ນແມ່ນ ເສີມຂະຫຍາຍທ່າໄດ້ປຽບຂອງທ້ອງຖິ່ນຕ່າງໆ ແຕ່ຕ້ອງຖືຜົນປະໂຫຍດຂອງປະເທດ, ຊາດຢູ່ເໜືອກວ່າສິ່ງໃດໝົດ, ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານແຫ່ງຊາດ, ປະຢັດເງິນລົງທຶນສັງຄົມ. ແຜນກຳນົດໄຟຟ້າເລກ 8 ຈະກຳນົດທິດວິວັດການລົງທຶນພັດທະນາຂະແໜງພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ