ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ຮຽກ​ຮ້ອງ ອາ​ຊຽນ ແລະ ຈີນ ຈົ່ງສາ​ມັກ​ຄີ​ກັນ​ກ່​ວາ​ອີກ, ຊູກ​ຍູ້​ການ​ຮ່ວ​ມ​ມື​ໃນ​ພາກ​ພື້ນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດສອງຝ່າຍ ບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 80 ເທົ່າໃນໄລຍະ 30 ປີຜ່ານມາ, ຈີນ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ຮຽກ​ຮ້ອງ ອາ​ຊຽນ ແລະ ຈີນ ຈົ່ງສາ​ມັກ​ຄີ​ກັນ​ກ່​ວາ​ອີກ, ຊູກ​ຍູ້​ການ​ຮ່ວ​ມ​ມື​ໃນ​ພາກ​ພື້ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ກ່າວຄຳເຫັນທີ່ພິທີໄຂ (ພາບ:VGP)

ຕອນເຊົ້າວັນທີ 10 ກັນຍາ, ຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນນະຄອນ ນານຫນິງ, ເມືອງເອກຂອງແຂວງ ກວາງຊີ (ທາງພາກໃຕ້ ຈີນ), ໄດ້ດຳເນີນພິທີໄຂງານຕະຫຼາດນັດ ອາຊຽນ - ຈີນ (CAEXPO) ແລະ ກອງປະຊຸມສຸດຍອດກ່ຽວກັບການຄ້າ ອາຊຽນ - ຈີນ (CABIS) ຄັ້ງທີ 18. ກ່າວຄຳເຫັນທີ່ກອງປະຊຸມຕາມຮູບແບບທາງໄກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ເນັ້ນໜັກເຖິງເສັ້ນທາງ 30 ປີແຫ່ງການຮ່ວມມື ລະຫວ່າງ ອາຊຽນ - ຈີນ ໄດ້ຮັກສາການໂອ້ລົມສົນທະນາ, ຊຸກຍູ້ການຮ່ວມມືຢ່າງແຮງ ແລະ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນ ໃນພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດສອງຝ່າຍ ບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 80 ເທົ່າໃນໄລຍະ 30 ປີຜ່ານມາ, ຈີນ ແລະ ອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ. ສອງຝ່າຍໄດ້ ແລະ ພວມຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ເນັ້ນໜັ້ກເຖິງ 3 ຈຸດສຸມໃນການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນໄລຍະຈະມາເຖິງ. ນັ້ນແມ່ນສືບຕໍ່ຍູ້ໄວຂະບວນການຮ່ວມມືເສດຖະກິດ ລະຫວ່າງ ອາຊຽນ ແລະ ຈີນ, ຍາດແຍ່ງກາລະໂອກາດ ເຊິ່ງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ, ສັນຍາການຄ້າເສລີ ອາຊຽນ - ຈີນ ນຳມາໃຫ້ ໃຫ້ເປັນຢ່າງດີ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ