ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄປກວດກາການປ້ອງກັນ, ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ແລະ ລອງອານ

(VOVWORLD) -ວັນທີ 24 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທ່ງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ລອງອານ.
ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄປກວດກາການປ້ອງກັນ, ຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ແລະ ລອງອານ - ảnh 1(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເລວັນແທ່ງ)

ໃນການກວດກາຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ຢືນຢັນຄວນຕື່ນຕົວປະຕິບັດຂອງປະຊາຊົນແມ່ນປັດໃຈຕັດສິນໄຊຊະນະສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີຕີລາຄາສູງເລື່ອງທາງນະຄອນໄດ້ເປັນເຈົ້າການ, ມີມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງເພື່ອສາມາດຮັບປະກັນການສະໜອງທັນຍາຫານ, ອາຫານ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນໃຫ້ເປັນຢ່າງດີ.

        ໃນວັນດຽວກັນ, ເມື່ອໄປກວດກາວຽກງານປ້ອງກັນ ຕ້ານໂລກລະບາດຢູ່ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ສະເໜີໃຫ້ທ້ອງຖິ່ນຈົ່ງເບິ່ງແຍງດູແລໃຫ້ບັນດາເປົ້າໝາຍທີ່ຖືກຜົນກະສົບຈາກໂລກລະບາດຄື ກຳມະກອນ, ຊາວກະສິກອນ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ແຂວງຈົ່ງເອົາໃຈໃສ່ສັກວັກຊິນ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາເປົ້າໝາຍຂົນສົ່ງສິນຄ້າ, ບໍ່ປະໃຫ້ລະບົບສະໜອງຖືກຂາດວັກຂາດຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ