ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ Samsung ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ໄດ້ຂອບອົກຂອບໃຈບັນດາການປະກອບສ່ວນຂອງ Samsung ແລະ ສ່ວນຕົວທ່ານ Shim Wonhwan ຕໍ່ການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ.

ຕອນເຊົ້າວັນທີ 21 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Shim Wonhwan, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ ແລະ ທ່ານ Choi Joo Ho, ເຊິ່ງແມ່ນຜູ້ທີ່ຈະຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung ຫວຽດນາມ ຄົນຕໍ່ໄປ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ໄດ້ຂອບອົກຂອບໃຈບັນດາການປະກອບສ່ວນຂອງ Samsung ແລະ ສ່ວນຕົວທ່ານ Shim Wonhwan ຕໍ່ການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ. ພ້ອມກັນນັ້ນ, ທ່ານ ເວືອງດິ່ງເຫ້ວ ກໍ່ອວຍພອນ ທ່ານຜູ້ອຳນວຍການໃຫຍ່ຄົນໃໝ່ Choi Joo Ho ມີອາຍຸການບັນລຸຜົນສຳເລັດຢູ່ ຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານໃນການເຄື່ອນໄຫວຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເປັນເວລາ 30 ປີ ແລະ ໄດ້ດຳເນີນການສະຫລຸບ, ຕີລາຄາ, ເພີ່ມເຕີມການກຳນົດທິດໃໝ່ໃນການດຶງດູດກະແສເງິນທຶນນີ້. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນດຶງດູດໂດຍມີການຄັດເລືອກ, ເອົາໃຈໃສ່ດຶງດູດບັນດາໂຄງການ FDI ມີລັກສະນະຮ່ວມສຳພັນສູງ, ໜູນຊ່ວຍວິສາຫະກິດພາຍໃນປະເທດເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນ ດຳເນີນທຸລະກິດທີ່ມາຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ