ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບ ການນຳກຸ່ມບໍລິສັດການເງິນ ຈໍານວນໜຶ່່ງ

(VOVWORLD) -ໃນຂອບເຂດເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF - ASEAN), ວັນທີ 13 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບ ການນຳ ບັນດາກຸ່ມບໍລິສັດ Mitsubishi, Deloitte, Hanwha Energy, McKinsey ແລະ HSBC ທີ່ກຳລັງຢູຢ້ຽມຢາມ ຮ່າໂນ້ຍ ແລະ ເຂົ້າຮ່ວມເວທີປາໄສ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບ ການນຳກຸ່ມບໍລິສັດການເງິນ ຈໍານວນໜຶ່່ງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບ ການນຳກຸ່ມບໍລິສັດການເງິນ ຈໍານວນໜຶ່່ງ

(ພາບ:laodong.vn)

ທີ່ການຕ້ອນຮັບ ທ່ານ Ken Kawai ປະທານບໍລິຫານ ກຸ່ມບໍລິສັດອຸດສະຫະກຳໜັກ Mitsubishi ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊົມເຊີຍກຸ່ມບໍລິສັດ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ, ນັກສຶກສາ ກໍ່ຄືເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

ທີ່ການຕ້ອນຮັບ ທ່ານ Matthew Lobner ຫົວໜ້າພະແນກສາກົນ ແລະ ຫົວໜ້າ ພະແນກວາງແຜນຍຸດທະສາດພາກພື້ນອາຊີ - ປາຊີຟິກ ທະນາຄານ HSBC, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ປາຖະໜາວ່າ HSBC ຈະສະໜອງບັນດາບົດລາຍງານຕີລາຄາ, ເຂົ້າຮ່ວມການປະກອບຄຳຄິດເຫັນ, ການໄຈ້ແຍກຕີລາຄາ ກ່ຽວກັບນະໂຍບາຍເສດຖະກິດມະຫາພາກ, ຊ່ວຍຫວຽດນາມ ແກ້ໄຂໜີ້ເສຍ, ສ້າງໂຄງປະກອບບັນດາລະບອບການເງິນຄືນໃໝ່ ແລະ ເພີ່ມການຮັບມືຂອງບັນດາທະນາຄານ ຕໍ່ກັບຜົນກະທົບຂອງສະພາບການເສດຖະກິດໂລກ.

ໃນວັນດຽວກັນ , ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ PhiIlip Yuen, ຜູ້ອຳນວຍການຝ່າຍ ບໍລິຫານ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງບໍລິສັດ Deloitte; ທ່ານ Kaushik Das, ຜູ້ອຳນວຍການຝ່າຍ ບໍລິຫານ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງບໍລິສັດທີ່ປຶກສາ McKinsey &  Company, ທ່ານ Pyo Kim ຮອງປະທານຂັ້ນສູງ ກຸ່ມບໍລິສັດ ພະລັງງານ Hanwha.

ຕອບກັບ

ຂ່າວ/ບົດ​ອື່ນ