ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ: ມາ​ນະ​ພະ​ຍາ​ຍາມ​ສ້າງ​​ພື້​ນ​ຖານ​ໃນ​ການ​ພົວ​ພັນ​ການ​ຄ້າ​ກັບ ນີ​ເຊ​ເຣຍ

(VOVWORLD) - ຕອນຄ່ຳວັນທີ 28 ຕຸລາ, ຢູ່ນະຄອນຫຼວງ Abuja ປະເທດ ນີເຊເຣຍ, ຄະນະປະຕິບັດງານຂອງລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບພະນັກງານສະຖານທູດ ຫວຽດນາມ, ເລີ່ມຕົ້ນການເຄື່ອນໄຫວທຳອິດຢູ່ ນີເຊເຣຍ ແລະ ການປະຕິບັດງານຢູ່ ອາຟະລິກາ. 
 
ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ: ມາ​ນະ​ພະ​ຍາ​ຍາມ​ສ້າງ​​ພື້​ນ​ຖານ​ໃນ​ການ​ພົວ​ພັນ​ການ​ຄ້າ​ກັບ ນີ​ເຊ​ເຣຍ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກັບພະນັກງານສະຖານທູດ ຫວຽດນາມ, ຫ້ອງການການຄ້າ ຫວຽດນາມ ປະຈຳ ນີເຊເຣຍ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ອາຟະລິກາ ມີທີ່ຕັ້ງສຳຄັນທີ່ສຸດໃນໂລກ ກ່ຽວກັບບັນດາດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດ. ທ່ານນາຍົກລັດຖະມົນຕີຫາກໍ່ໃຫ້ສັດຕະຍາບັນໂຄງການເພີ່ມທະວີການຮ່ວມມືລົງທຶນກັບບັນດາປະເທດ ອາຟະລິກາ ແລະ ຫວ່າງມໍ່ມານີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບບັນດາເອກອັກຄະລັດຖະທູດບັນດາປະເທດ ອາຟະລິກາ ແລະ ພາກພື້ນຕາເວັນອອກກາງ. ເພາະສະນັ້ນ, ຫວຽດນາມຈະສືບຕໍ່ເປີດກ້ວາງຕະຫຼາດສົ່ງອອກ, ການຄ້າ ແລະ ການລົງທຶນ, ໃນນັ້ນມີ ອາຟະລິກາ ແມ່ນ ສະຖານທີ່ສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ສະຖານທູດ ແລະ ຫ້ອງການການຄ້າ ຫວຽດນາມ ຄົ້ນຄ້ວາ, ເຊື່ອມຕໍ່ບັນດາວິສາຫະກິດຂອງ ຫວຽດນາມມາລົງທຶນ, ດຳເນີນທຸລະກິດຢູ່ ນີເຊເຣຍ ແລະ ບັນດາປະເທດໃນບໍລິເວນ ກໍ່ຄືເປີດກວ້າງຕະຫຼາດສົ່ງອອກໃຫ້ແກ່ ເຂົ້າສານ ຂອງ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ໃຫ້ແກ່ສະຖານທູດ ຫວຽດນາມ ຕັ້ງໜ້າໂຄສະນາພາບພົດຂອງ ປະເທດ ຫວຽດນາມໄປຍັງປະຊາຄົມວິສາຫະກິດ ແລະ ປະຊາຊົນ ນີເຊເຣຍ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ, ສອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ