ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດ ປັກບໍ໊

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດ ປັກບໍ໊ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ຖະຫວາຍທູບທຽນ, ດອກໄມ້ ແລະ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ ວິຫານບູຊາ ປະທານໂຮ່ຈີມິນ (ພາບ:VGP)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່່ແຂວງ ກາວບັ່ງ ຂອງຫວຽດນາມ, ຕອນເຊົ້າວັນທີ 15 ມີນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ແລະ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ ວິຫານບູຊາ ປະທານໂຮ່ຈີມິນ; ໄປຢ້ຽມຢາມຫ້ວຍ ເລນິນ ແລະ ເຂດປູຊະນີຍະສະຖານ ກິມດົ່ງ ທີ່ນອນໃນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ປັກບໍ໊, ເມືອງ ຮ່່າກວ໋າງ, ແຂວງກາວບັ່ງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ໂດດເດັ່ນ, ເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົກປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມຮູບແບບຟາມປູກຕົ້ນສະຕໍເບີຣີ, ດອກກຸລາບ ຢູ່ຕາແສງ ຮືງດ້າວ, ນະຄອນ ກາວບັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ