ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ

(VOVWORLD) -ຕອນເຊົ້າວັນທີ 05 ຕຸລາ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ 2019 – 2020. ພິທີເປີດສົກຮຽນໃໝ່ ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອ ແລະ ມີສີສັນສະເພາະຂອງມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ - ảnh 1 ພິທີເປີດສົກຮຽນໃໝ່ຢູ່ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ສະແດງຄວາມປາດຖະໜາວ່າ ນັກສຶກສາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຜ່ານຜ່າບັນດາສິ່ງທ້າທາຍໃນການຮ່ຳຮຽນ, ກ່ອນອື່ນໝົດແມ່ນເພື່ອຕົນເອງ, ຄອບຄົວ, ຫລັງຈາກນັ້ນ ແມ່ນອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ.

        ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ມີສະຖາບັນ, ໂຮງຮຽນທີ່ເປັນສາຂາ 8 ແຫ່ງ ແລະ 27 ຫົວໜ່ວຍປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຊີ ແລະ ການບໍລິການບຳລຸງສ້າງ. ນີ້ແມ່ນມະຫາວິທະຍາໄລນຳໜ້າໃນລະດັບການສຶກສາຂັ້ນມະຫາວິທະຍາໄລຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ