ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ນິ​ຕິ​ກຳ​ສະ​ຫະ​ພັນ ສະ​ຫະ​ກອນ​ສາ​ກົນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) - ມີຜູ້ແທນພາຍໃນປະເທດ 300 ທ່ານ ແລະ ຕາງໜ້າ ຂອງອົງການສະຫະກອນ ກ່ວາ100 ແຫ່ງ ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນພາກພື້ນອາຊີປາຊິີຟິກເຂົ້າຮ່ວມເວທີປາໄສດັ່ງກ່າວ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີ່ງ​ເຫ້ວ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ນິ​ຕິ​ກຳ​ສະ​ຫະ​ພັນ ສະ​ຫະ​ກອນ​ສາ​ກົນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ - ảnh 1ບັນດາຫົວໜ່ວຍພ້ອມກັນລົງນາມເພື່ອຜັນຂະຫຍາຍບັນດານະໂຍບາຍໝູນຊ່ວຍບັນດາສະຫະກອນ(ພາບ: nhandan.com.vn)

ຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນໂຮ່ຈີມິນໄດ້ດຳເນີນພິທີໄຂເວທີປາໄສນິຕິກຳສະຫະພັນສະຫະກອນສາກົນພາກພື້ນ ອາຊີ - ປາຊີຟິກ, ໂດຍສະຫະພັນສະຫະກອນ ຫວຽດນາມ (VCA), ສະຖາບັນເສດຖະກິດກະສິກຳອົງຄະທາດສົມທົບກັບສະຫະພັນສະຫະກອນສາກົນ ພາກພື້ນ ອາຊີ - ປາຊີຟິກ (ICA -AP) ຈັດຕັ້ງ. ມີຜູ້ແທນພາຍໃນປະເທດ 300 ທ່ານ ແລະ ຕາງໜ້າ ຂອງອົງການສະຫະກອນ ກ່ວາ100 ແຫ່ງ ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນພາກພື້ນອາຊີປາຊິີຟິກເຂົ້າຮ່ວມເວທີປາໄສດັ່ງກ່າວ.

ດ້ວຍຫົວຂໍ້ວ່າ: “ສ້າງກອບນິຕິກຳ ແລະ ນະໂຍບາຍສະດວກເພື່ອຊຸກຍູ້ການພັດທະນາ ເຂດສະຫະກອນແບບຍືນຍົງໃນ ສະຕະວັດ 21”, ໃນການດຳເນີນເປັນເວລາ 2 ວັນ, ເວທີປາໄສໄດ້ປຶກສາຫາລື ບາງເນື້ອໃນຕົ້ນຕໍຄື: ທ່າອ່ຽງການພັດທະນາ ແລະ ຜົນກະທົບສຳລັບເຂດສະຫະກອນໃນ ສະຕະວັດ 21, ກຳນົດບັນດາບັນຫານິຕິກຳ ແລະ ນະໂຍບາຍທີ່ມີຜົນສະທ້ອນຕໍ່ສະຫະກອນໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ; ແລກປ່ຽນບົດຮຽນຂອງບັນດາປະເທດ ພາກພື້ນ ອາຊີ - ປາຊີຟິກໃນການສ້າງສະພາບແວດລ້ອມສະດວກ ແລະ ພັດທະນາ ຂອບເຂດສະຫະກອນ; ນະໂຍບາຍຂອງລັດຖະບານ ແລະ ການເຄື່ອນໄຫວຂອງສະຫະກອນເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດ - ສັງຄົມໃນປັດຈຸບັນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກ່າວວ່າ:

        ກ່ຽວກັບກອບນິຕິກຳ, ຂ້າພະເຈົ້າມີຄວາມຫວັງວ່າຈະປະກອບຄວາມເຫັນຕື່ມໃຫ້ແກ່ຫວຽດນາມໃນບົດບາດຄຸ້ມຄອງລັດ ກ່ຽວກັບ ສະຫະກອນແມ່ນເປັນຄືແນວໃດ. ສະຫະພັນສະຫະກອນແມ່ນອົງການຕາງໜ້າໃຫ້ແກ່ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາອົງການສະມາຊິກ. ປັດຈຸບັນ, ພວກເຮົາອາດຈະມອບໝາຍໃຫ້ ສະຫະພັນສະຫະກອນໃນການປະຕິບັດບາງການບໍລິການສາທາລະນະໂດຍລັດຈັດຕັ້ງປະຕິບັດໄດ້ຫຼືບໍ່

ຕອບກັບ

ຂ່າວ/ບົດ​ອື່ນ