ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງເຫ້ວ​ລົງເຮັດ​ວຽກ​ຢູ່ແມ່​ທັບ 15, ແຂ​ວງ​ຢາ​ລາຍ

(VOVWORLD) - ຕອນບ່າຍວັນທີ 15 ກັນຍາ, ຢູ່ສຳນັກງານແມ່ທັບ 15, ທ່ານເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກກັບແມ່ທັບ 15, 16 ແລະ ບໍລິສັດກາເຟ (ທະຫານເຂດ5) ກ່ຽວກັບການປະຕິບັດແຜນຮ່າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດກອງທັບ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່​ງເຫ້ວ​ລົງເຮັດ​ວຽກ​ຢູ່ແມ່​ທັບ 15, ແຂ​ວງ​ຢາ​ລາຍ - ảnh 1ການເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກັບແມ່ທັບ 15(ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາກົມກອງທີ່ໄດ້ແກ້ໄຂຄວາມຫຍຸ້ງຍາກເພື່ອເຮັດສຳເລັດໜ້າທີ່ດ້ານການເມືອງເປັນຢ່າງດີ, ຮັກສາ ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ ,  ໜູນຊ່ວຍ ແລະ ຮັດໃຫ້ການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຂດຊາຍແດນມີສະຖຽນລະພາບ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັ້ກວ່າ ເຖິງວ່າໃນສະພາບການໃດກໍ່ຕາມ, ບັນດາ ໜ່ວຍງານປ້ອງກັນປະເທດຕ້ອງເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມວິລະຊົນ, ຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອ ປະຕິດບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນກໍ່ສ້າງກອງທັບ, ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໃນບໍລິເວນຍຸດທະສາດແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ