ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຄະນະຜູ້ແທນ FEC

(VOVWORLD) - ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອລົງທຶນເຂົ້າບັນດາຂົງເຂດບຸລິມະສິດ

ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຄະນະຜູ້ແທນ FEC - ảnh 1ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ ຕ້ອນຮັບທ່ານ Onoi Yoshikiຄະນະຜູ້ແທນ FEC

(ພາບ: TTXVN)

ວັນທີ 03 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບບັນດາສະມາຊິກຂອງສະພາຊຸກຍູ້ການພົວພັນແລກປ່ຽນປະຊາຊົນຍີ່ປຸ່ນ (FEC) ໂດຍທ່ານ Onoi Yoshiki, ຮອງປະທານສະພານຳໜ້າ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ປາດຖະໜາຢາກໃຫ້ບັນດານັກລົງທຶນຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ເພື່ອລົງທຶນເຂົ້າບັນດາຂົງເຂດບຸລິມະສິດຄື: ຜະລິດເຄື່ອງຈັກກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ເອເລັກໂຕນິກ, ຕໍ່ກ່ຳປັ່ນ… ແລະ ບາງຂົງເຂດສຳຄັນຄືພື້ນຖານໂຄງລ່າງ, ພະລັງງານ, ອຸດສາຫະກຳໜູນຊ່ວຍ.

        ສ່ວນທ່ານ Onoi Yoshiki ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, FEC ຈະສືບຕໍ່ຍູ້ແຮງເລື່ອງຈັດສົ່ງບັນດາຄະນະວິສາຫະກິດຍີ່ປຸ່ນ ມາຫວຽດນາມ ເພື່ອຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ; ໜູນຊ່ວຍບັນດານັກລົງທຶນຫວຽດນາມ ໄປລົງທຶນຢູ່ຍີ່ປຸ່ນ ກໍຄືຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ຮັດແໜ້ນບັນດາການພົວພັນລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ