ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈິ້ງ​ດິ່ງ​ຢຸງ​ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Jadestone Energy

(VOVWORLD) - ວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Paul Blakeley ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດພະລັງງານ Jadestone Energy. Jadestone Energy ແມ່ນກຸ່ມບໍລິສັດພະລັງງານນາໆຊາດ, ມີສຳນັກງານໃຫຍ່ຕັ້ງຢູ່ປະເທດສິງກະໂປ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈິ້ງ​ດິ່ງ​ຢຸງ​ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Jadestone Energy - ảnh 1ບໍ່ນ້ຳມັນແບກໂຫ (ພາບ: TTXVN) 

ກ່າວຄຳເຫັນທີ່ການພົບປະ, ທ່ານ Paul Blakeley ຢັ້ງຢືນວ່າ ບັນດານະໂຍບາຍບຸລິມະສິດ, ດຶງດູດການລົງທຶນ,ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມໃນໄລຍະຜ່ານມາແມ່ນ ຖືກທິດ, ສົ່ງເສີມບັນດານັກລົງທຶນສາກົນມາລົງທຶນຍາວນານ ແລະ ມີສະຖຽນລະພາບ ແລະ Jadestone Energy ຈະສືບຕໍ່ເປີດກ້ວາງການລົງທຶນ, ພັນທະນາການຜະລິດ, ດຳເນີນທຸລະກິດ.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນສາກົນຜູ້ທີ່ມີຄວາມສາມາດບົ່ມຊ້ອນດ້ານການເງິນ, ມີປະສົບການດ້ານເຕັດນິກຫຼາຍຢ່າງເຂົ້າມາລົງທຶນ, ເປີດກ້ວາງການຜະລິດ, ດຳເນີນທຸລະກິດ, ກໍ່ຄືຮ່ວມມື, ພັດທະນາບັນດາໂຄງການນ້ຳມັນ - ອາຍແກັດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານນ້ຳມັນ - ອາຍແກັດຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ