ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງກ່າເມົາ

ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງກ່າເມົາ - ảnh 1
ທ່ານ ເຈືອງ​ຮ່ວາ​ບີ່​ງ ຕ້ອນຮັບ ຄະນະ​ຜູ້​ແທນ​ຜູ້​ມີ​
ຄຸນ​ງາມ​ຄວາມ​ດີ​ຕໍ່ການ​ປະຕິວັດ ​ແຂວງ ກ່າ​​ເມົາ
(ພາບ: VGP)

(vovworld) - ຕອນ​ບ່າຍ​ວັນ​ທີ 29/7, ຢູ່​ສຳນັກງານ​ລັກ​ຖະບານ, ທ່ານ ເຈືອງ​ຮ່ວາ​ບີ່​ງ ກຳມະການກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​​ໃຫ້ການຕ້ອນຮັບ ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່ການ​ປະຕິວັດ ​ແຂວງ ກ່າ​​ເມົາ, ​​ເນື່ອງ​ໃນ​ໂອກາດ ຄະນະ ມາຢ້ຽມຢາ​ມນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ​ເຂົ້າສູ​ສານ ​ໄວ້ອາໄລປະທານ ​ໂຮ່ຈີ​ມິນ​. ​ໃນ​ການ​ຕ້ອນຮັບ, ທ່ານ ເຈືອງ​ຮ່ວາ​ບີ່​ງ ຮອງ​ນາຍົກລັດຖະມົນຕີ ຢືນຢັນວ່າ: ພັກ​, ລັດ ຍາມ​ໃດ​ກໍ່​ຮັບ​ຮູ້ບຸນຄຸນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາຜູ້​ມີ​ຄຸນ​ງາມ​ຄວາມ​ດີ; ​ຈັດຕັ້ງ​ບັນດາຂະ​ບວນການ “ຕອບບຸນແທນຄຸນ” ຕໍ່ຜູ້ທີ່ມີ​ຄູນ​ງາມ​ຄວາມ​ດີ​, ຄອບຄົວເປົ້າໝາຍນະໂຍບາຍເປັນປະຈຳ​. ທ່ານ ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາວ່າ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​​ແຂວງ ກ່າ​​ເມົາ ສືບຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ​ເຈດ​ຈຳນົງ​ຂອງນັກຮົບ​ກອມ​ມູນິດ, ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ລຸ້ນໜຸ່ມ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ຂົນຂວາຍ​ຄອບຄົວ, ສຶກສາ​ລູກ​ຫຼານ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ