ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເຮັດວຽກກັບແຂວງ ລອງອານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີລາຄາວ່າ, ແຂວງ ລອງອານ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ແຕ່ບໍ່ຍ້ອນເຫດນັ້ນຂາດຄວາມລະມັດລະວັງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເຮັດວຽກກັບແຂວງ ລອງອານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ)

ວັນທີ 09 ກໍລະກົດ, ຢູ່ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ມີການເຮັດວຽກກັບແຂວງ ລອງອານ ກວດກາຄືນບາງບັນຫາຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕີລາຄາວ່າ, ແຂວງ ລອງອານ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ແຕ່ບໍ່ຍ້ອນເຫດນັ້ນຂາດຄວາມລະມັດລະວັງ. ແຂວງ ລອງອານ ຕ້ອງຕີລາຄາຄືນກຳລັງຄວາມສາມາດຂອງຖັນແຖວແພດໝໍ, ກຳລັງຄວາມສາມາດໃນການປິ່ນປົວພະຍາດຂອງບັນດາໂຮງໝໍຈຸດສຸມເພື່ອລົງທຶນເຄື່ອງວັດຖຸອຸປະກອນ ຕອບສະໜອງການປິ່ນປົວຄົນເຈັບໜັກ, ມີການຈັດແບ່ງຂັ້ນໃນການປິ່ນປົວ. ຈຳກັດການໄປມາ, ຈຳກັດການເຕົ້າໂຮມກັນຫຼາຍຄົນ, ແຍກຫ່າງສັງຄົມ, ພ້ອມທັງຈັດຕັ້ງການກວດກາໂລກລະບາດຢ່າງແໜ້ນແຟ້ນ, ເຂັ້ມງວດ ແລະ ໂຄສະນາເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ເຫັນດີເຫັນພ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ