ທ່ານຮອງນາຍົກລັດຖະມົນຕີຟາມບິ່ງມີງຕ້ອນຮັບເອກອັກຄະລັດຖະທູດລາວແລະສິງກະໂປ

ທ່ານຮອງນາຍົກລັດຖະມົນຕີຟາມບິ່ງມີງຕ້ອນຮັບເອກອັກຄະລັດຖະທູດລາວແລະສິງກະໂປ - ảnh 1
ເອກອັກຄະລັດຖະທູດ ລາວ ແລະ ຮອງນາຍົກລັດຖະມົນຕີ ຫວຽດນາມ

(Vovworld) - ຕອນ​ບ່າຍ​ວັນ​ທີ 07/03 ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ຮອງ​ນາຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟາມບິ່ງ​ມີງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ທະ​ທູດ ສ​ປ​ປ ລາວ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ເຂົ້າຢ້ຽມ​ຄຳ​ນັບ ເນື່ອງ​ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ ຢູ່​ຫວຽ​ດ​ນາມ. ໃນ​ການ​ຕ້ອນ​ຮັບ, ທ່ານ ຮອງ​ນາຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟາມບິ່ງ​ມີງ ອວຍ​ພອນ ສ​ປ​ປ ​ລາວ ​ຮັບ​ຜິດ​ຊອບ​ສຳ​ເລັດ​​ບົດ​ບາດການ​ເປັນ​ປະ​ທານ​ອາ​ຊຽນ​ໃນ​ປີ 2016 ແລະ ຢັ້ງ​ຢືນວ່າ​ຫວຽດ​ນາມ​ຈະ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຄວາມ​ສາ​ມາດ ​ເພື່ອ​ໃຫ້​ລາວ​ສຳ​ເລັດ​​ໜ້າ​ທີ່​​ສຳ​ຄັນ​​ດັ່ງ​ກ່າວ. ທ່ານ ຮອງ​ນາຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟາມບິ່ງ​ມີງ ຢັ້ງ​ຢືນ​ຫວຽດ​ນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນພິ​ເສດ ແລະ ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມືຮອບ​ດ້ານ ຫວຽດ​ນາມ-ລາວ ​ຢ່າງບໍ່​ຢຸດຢັ້ງ​ ແລະ ເຊື່ອ​ໝັ້ນ​ວ່າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຈະ​ມີ​ການ​​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີນ້ຳ​ໃຈ​ມິດ​ຕະ​ພາບ ແລະ ສາຍ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດກວ່າ​ເກົ່າ.

        ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ ຮອງ​ນາຍົກ​ລັດ​ຖະ​ມົນຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟາມບິ່ງ​ມີງ ກໍ່​ໄດ້​ຕ້ອນ​ຮັບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ ປະ​ຈຳ​ຫວຽດ​ນາມ Tech Heam, ເຂົ້າ​ຢ້ຽມ​ອຳ​ລາ ໃນ​ໂອ​ກາດສີ້ນ​ສຸດການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ. ທ່ານ ຮອງ​ນາຍົກ​ລັດ​ຖະ​ມົນຕີ ຕີ​ລາ​ຄາ​ສູງ​​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີປະ​ສິດ​ທິ​​ຜົນ ລະ​ຫວ່າງ ສ​ອງ​ປະ​ເທດ​​ຢູ່​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ; ໂດຍ​ສະ​ເພາະ​ແມ່ນໃນ​​​ວິ​ວັດການ​ຊຸກ​ຍູ້ການ​ເຈ​ລະ​ຈາ, ເຊັນ​ສັນ​ຍາ ແລະ ​ຮັບ​ຮອງ​ເອົາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​​ປາ​ຊີ​ຟິກ(TPP), ເພີ່ມ​ທະ​ວີ​ບົດ​ບາດ ແລະ ​ຄວາມ​ຮັບ​ຜິດ​ຊ​ອບໜ້າ​ທີ່​ຂອງ​ອາ​ຊຽນ, ສ້າງ​ອາ​​ຊຽນ​ສາ​ມັກ​ຄີ ແລະ ​ໝັນ​ຄົງ​ເຂ​ັ້ມ​ແຂງ​. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Tech Heam ຢັ້ງ​ຢືນ​ວ່າ ​ເຖິງວ່າຈະ​ຢູ່​ຖາ​ນະ​ຕຳ​ແໜ່ງວຽກ​ງານ​ໃດກໍ່​ຕາມ, ທ່ານກໍ່​ຈະ​ເຮັດ​​ຈົນສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ ສືບ​ຕໍ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ, ຊຸກ​ຍູ້​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຫວຽດ​ນາມ-ສິງ​ກະ​ໂປ ​ໃຫ້ນັບ​ມື້​ນັບ​ແທດ​ຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ.


ຂ່າວ/ບົດ​ອື່ນ