ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງພົບປະ2ຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງພົບປະ2ຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງພົບ​ປະກັບ​
ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິກ Charles Michel

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ທີ 71 ຢູ່ ນິວຢອກ, ຕອນ​ບ່າຍ​ວັນ​ທີ 22/09 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ມີ​ບັນດາ​ການ​ພົບ​ປະ 2 ຝ່າຍກັບ​ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິກ Charles Michel, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸນ​ກາຣີ Daniel Mitov ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ການ​ຕ່າງປະ​ເທດ ຮຸງ​ກາຣີ Szijjarto Peter.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ແບນ​ຊິກ Charles Michel, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຟ້າ​ມບີ​ງມິ​ງ ຢືນຢັນ​ວ່າ ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ກັບ ​ແບນ​ຊິກ, ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ ​ໃນ​ສະຫະພາບ ​ເອີ​ລົບ (ອີ​ຢູ). 2 ຝ່າຍ​ເຫັນ​ດີ​ເປັນ​​ເອກະ​ພາບ​ສືບ​ຕໍ່​ໃຫ້​ບຸລິມະສິດ​​ແກ່​ການຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມຊ້ອນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດພະລາທິການ, ​ເຕັກ​ໂນ​ໂລ​ຢີສູງ, ການ​ເຕີບ​ໂຕ​ຂຽວ, ການ​ສຶກສາ, ສອນ​ວິຊາ​ຊີບ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸນ​ກາຣີ Daniel Mitov, ທ່ານ​ຮອງນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ສະ​ເໜີ ບຸນ​ກາຣີ ຊຸກຍູ້ ອີ​ຢູ ​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ແລະ ຮັບຮອງພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ ​ໂດຍ​ໄວ.

        ທີ່​ການ​ແລກປ່ຽນ​ກັບທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດ​ການ​ຕ່າງປະ​ເທດ ຮຸງ​ກາຣີ Szijjarto Peter, 2 ຝ່າຍ​ລ້ວນ​ແຕ່​ປາດ​ຖະໜາ​ວ່າ ​ຈະເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ