ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບ​ປະ​ສອ​ງ​ຝ່າຍ​ໃນ​ຂອບ​ເຂດກອງ​ປະ​ຊຸມASEM11

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງພົບ​ປະ​ສອ​ງ​ຝ່າຍ​ໃນ​ຂອບ​ເຂດກອງ​ປະ​ຊຸມASEM11 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ລັ່ງJean-Marc Ayrault
ພາບ:TTXVN
(vovworld)-  ວັນ​ທີ 15/7, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ASEM 11, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ລັ່ງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຕາ​ລີ, ລັດ​ຖະ​ມົນ​ຕີ ໄອ​ແລນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ຊູ​ແອດ.

ທີ່ກ​ານ​ຕ​້ອ​ນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ລັ່ງ Jean Marc Ayrault, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ຕາງ​ຫນ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ສົ່​ງ​ຄ​ຳສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈຢ່າງ​ເລິກ​ເຊິ່ງ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຝ​ລັ່ງ ພ້ອມ​ດ້ວຍ​ຄອບ​ຄົວ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດກໍ່​ການ​ຮ້າຍ​ຫາກໍ່​ເກີດ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ 14/7 ຢູ່ ນະ​ຄອນ Nice ແລະ ຫວັງ​ວ່າ​ປະ​ຊາ​ຊົນ ຝ​ລັ່ງ ຜ່ານ​ຜ່າ​ໄລ​ຍະ​ຫຍຸ້ງ​ຍາກນີ້​ໂດຍ​ໄວ. ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນ​ສອງ​ຝ່າຍ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ ເລື່ອງ​ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ສະ​ຫນັບ​ສະ​ຫນູນ​ເລື່ອງ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU ໂດຍ​ໄວ.

ທີ່​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ອີ​ຕາ​ລີ Paolo Gentiloni, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຕີ​ລາ​ຄາ​ສູງ ເລື່ອງ​ສະ​ພາ​ແຫ່ງ​ຊາດ ອີ​ຕາ​ລີ ໄດ້​ສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - EU ກໍ​ຄື ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ -EU ເມື່ອ​ເດືອນ 3/2016. ທ່ານ​ຟ້າມ​ບີງ​ມີງ ສະ​ເຫນີ ອີ​ຕາ​ລີ ສະ​ຫນັບ​ສ​ະ​ຫນູນ ຫວຽດ​ນາມ ໄດ້​ກູ້​ຢືມ​ທຶນ​ບຸ​ລິ​ມະ​ສິດ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫລັງ​ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ