ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດສປປເກົາຫລີ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດສປປເກົາຫລີ - ảnh 1
ທ່ານ Ri Su Yong, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ
ພາບ:new.go.vn


(vovworld)- ວັນ​ທີ 6/8, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ເຈລະຈາ​ກັບ​ທ່ານ Ri Su Yong, ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ​ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ເພີ່​ມທະວີ​ການ​ຮ່ວມ​ມື​ມິດຕະພາບ​ກັບ ສປປ ​ເກົາຫລີ, ຊົມ​ເຊີຍ​ສອງ​ປະ​ເທດ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ບັນດາ​ກະຊວງ, ຂະ​ແຫນງ​ການ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ, ຕັ້ງຫນ້າ​ຊອກ​ຮູ້​ບັນດາ​ມາ​ດຕະການ ​ແລະ ຮູບ​ການ​ເໝາະ​ສົມ​ເພື່ອ​ນຳ​ກາ​ນພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ກິລາ ມີ​ບາດກ້າວ​ພັດທະນາ​ໃຫມ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ເງື່ອນ​ໄຂ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ລັດຖະມົນຕີ Ri Su Yong ຖື​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ສປປ ​ເກົາຫລີ ​ແມ່​ນຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ​ສອງ​ຊາດ. ສອງ​ຝ່າຍ ຄວນ​ຮັກສາ ​ແລະ ຕັ້ງຫນ້າ​ເສີມ​ຂະຫຍາຍ. ຝ່າ​ຍ ສປປ ​ເກົາຫລີ ປາດ​ຖະຫນາ​ຢາກ​ໃຫ້​ສອງ​ກະຊວງ​ການ​ຕ່າງປະ​ເທດ ​ເສີມ​ຂະຫຍາຍ​ບົດບາດ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ຮ່ວມ​ມື​ໃນ​ບັນດາ​ບັນຫາ​ສາກົນ ​ແລະ​ພາກ​ພື້ນ. ສອງ​ຝ່າຍ​ກໍ​ໄດ້​ແລ​ກປ່ຽນ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ ​ແະ ບັນຫາ​ຕ່າງໆ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ມີ​ບັນຫາ​ແຫລມ​ເກົາຫລີ ​ແລະ ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ