ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຮັດວຽກຢູ່ແຂວງ ຢາລາຍ

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຮັດວຽກຢູ່ແຂວງ ຢາລາຍ - ảnh 1
(ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຮັດວຽກຢູ່ແຂວງ ຢາລາຍ)

(vovworld) - ​ ​ໂດຍ​ສືບ​ຕໍ່ການ​ໄປ​ປະຕິບັດ​ງານຢູ່​ເຂດ​ ໄຕງວຽນ, ຕອນ​ເຊົ້າ​ວັນ​ທີ 10/3, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງ​ມິ​ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້ມີ​ການ​ເຮັດ​ວຽກ​ຢູ່​ແຂວງ ຢາ​ລາຍ ກ່ຽວກັບ​ສະພາບ​ເສດຖະກິດສັງຄົມ ​ແລະ ວຽກ​ງານ​ການຕ່າງປະ​ເທດ, ແບ່ງກຳນົດ​ປັກ​ຫຼັກ​ໝາຍ​ຊາຍ​ແດນ. ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ​ ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານຂອງ​ແຂວງ ຢາ​ລາຍ ​ໃນ​ການ​ພັດທະນາ​ເສດ​ຖະກິດ, ສັງຄົມ. ​ໃນ​ນັ້ນ​ ມີການ​ປະຕິບັດວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍຊາຍແດນ ​ແລະ ການພົວພັນ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຕັກ​ເຕືອນ​ແຂວງ​ຢາ​ລາຍ ສືບ​ຕໍ່​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ, ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​​ແຂວງຊາຍ​ແດນ Ratanakiri, ຂອງກຳປູ​ເຈຍ.

ຂ່າວ/ບົດ​ອື່ນ