ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດເບລາຣຸດ

ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດເບລາຣຸດ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີຟ້າ​ມບີ​ງມີ​ງ ແລະ ທ່ານ Vladimir Makei, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາຣຸດ ​​
ພາບ:chinhphu.vn


(vovworld)-ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ,ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ, ທ່ານ Vladimir Makei, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາຣຸດ ​​ມາ​ຢ້ຽມຢາມຫວຽດນາມ ​ແຕ່​ວັນ​ທີ 23-25/3/2014. ຕອ​ນ​ເຊົ້າ​ວັນ​ທີ 24/3, ທ່ານ ຮອງ​ນາຍົກລັດຖະມົນຕີ,ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ ​ໄດ້​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາ​ຣຸດ Vladimir Makei. ສອງ​ຝ່າຍ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ມີ​ຄວາມ​ພຶງ​ພໍ​ໃຈ​ໂດຍ​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາອັນ​ຈົບງາມ, ​ເປັນ​ປະຈຳ ​ແລະ ສະຫນັບສະຫນູນ​​ເຊິ່ງກັນ ​ແລະ​ກັນ​ໃນ​ເວທີ​ປາ​ໄສສາ​ກົນ, ​ເຫັນ​ດີ​ຊຸກຍູ້​ກນ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ​ໃຫ້ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ສອ​ດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ​ເປັນ​ຕົ້ນ​ຢູ່ ສປຊ. ພາຍຫລັງ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າ​ງສອງ​ກະຊວງ​ກາ​ນຕ່າງປະ​ເທດ ​ແລະ ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ໄລຍະ 2014-2015.

ຕອນ​ບ່າຍ​ວັນ​ດຽວ​ກັນ, ​ທີ່​ການ​ຕອ້ນຮັບທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາ​ຣຸດ Vladimir Makei, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:ຍາມ​​ໃດ​ຫວຽດນາມ​ກໍ​ຈົດ​ຈຳການ​ຊ່ວຍ​ເຫລືອ ​ແລະ ການ​ສະຫນັບສະຫນູນ​ອຳ​ລຳ້​ຄ່າ​ຂອງ ​ເບ​ລາຣຸດ ກ່ອນ​ນີ້​ກໍ​ຄື​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ​ຢືນຢັນ ຈະ​ເລັ່ງລັດ​ບັນດາ​ກະຊວງ, ຂະ​ແຫນງ​ການ, ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ​ເບ​ລາ​ຣຸດ ພ້ອມ​ທັງ​ສະ​ເຫ​ນີ ​ເບລາ​ຣຸດ ຍູ້​ໄວ​ວິວັດ​ການ​ເຈລະຈາ​ ​ແລະ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ລະຫວ່າງ ພັນທະ​ມິດ​ພາສີ ລັດ​ເຊຍ-​ເບ​ລາຣຸດ-ລັດ​ເຊຍ ກັບ​ຫວຽດນາມ. ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາ​ຣຸດ Vladimir Makei ​ເນັ້ນ​ຫນັກ​ວ່າ:​​ເບ​ລາຣຸດ ຍາມ​​ໃດ​ກໍ​ພ້ອມ​ແລ້ວ​ເປີດ​ກວ້າງ ​ແລະ ປັບປຸງ​ການ​ພົວພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ