ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຝຸກເຂົ້າຮ່ວມພິທີສ້າງຕັ້ງ ມະຫາວິທະຍາໄລກົດໝາຍ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຝຸກເຂົ້າຮ່ວມພິທີສ້າງຕັ້ງ ມະຫາວິທະຍາໄລກົດໝາຍ - ảnh 1

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຝຸກເຂົ້າຮ່ວມພິທີສ້າງຕັ້ງມະຫາວິທະຍາໄລກົດໝາຍ

(vovworld) – ຕອນ​ເຊົ້າ​ວັນ​ທີ 9/11, ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ເຊິ່ງ ມະຫາວິທະຍາ​ໄລ​ກົດໝາຍຮ່າ​ໂນ້ຍ ບັນລຸ​ໄດ້. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນ​ຊວນ​ຝຸກ ສະ​ເໜີ ມະຫາວິທະຍາ​ໄລ​ກົດໝາຍຮ່າ​ໂນ້ຍ ສ້າງ​ການ​ຫັນປ່ຽນ​ດ້ານ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ ​ເພື່ອ​ສຳຜັດ ​ແລະ ທຽບ​ທັນ​ກັບ​ບັນດາ​ປະ​ເທດ​ກ້າວໜ້າ​​ໃນ​ໂລກ​ເທື່ອ​ລະ​ກ້າວ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ຕາມ​ກົດໝາຍ​ສາກົນ. ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ຄູ​ອາຈານ ​ແລະ ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ການ​ບຳລຸງ​ສ້າງ​ດ້ານ​ກົດໝາຍ​ໃຫ້​ແກ່​ພະນັກງານ​ຂອງ​ບັນດາ​ປະ​ເທດ​ລາວ, ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ