ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕອບຄຳຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕອບຄຳຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພາບ:chinhphu.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 13/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ ເຮັດ​ແຈ້ງ​ບາງ​ບັນ​ຫາ​ຊື່ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແລະ ຜູ​້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ສົນ​ໃຈ ພ້ອມ​ທັງ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາ ສ​ສ​ຊ ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ໃຫຍ່​ໃນ​ຈຸດ​ໝາຍ, ຫນ້າ​ທີ່ ແລະ ມາດ​ຕະ​ການ​ຊີ້​ນຳ​ບໍ​ລິ​ຫານ​ພື້​ນ​ຖານ​ເສດ​ຖະ​ກິດ​ກໍ​ຄື​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ ຊື່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ.

ເມື່ອ​ເຕື້ອງ​ການ​ຊີ້​ນຳ, ບໍ​ລິ​ຫານ​ເສດ​ຖະ​ກິດ​ສັງ​ຄົມ​ໃນເດືອນ 5 ແລະ 5 ເດືອນ​ຕົ້ນ​ປີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟ​ຸກ ໄດ້​ຢືນ​ຢັນ: ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ​ສືບ​ຕໍ່​ບັນ​ລຸ​ຫລາຍ​ໝາກ​ຜົນ​ໃນ​ຫລາຍ​ຂົງ​ເຂດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເສດ​ຖະ​ກິດ ສັງ​ຄົມ ຫວຽດ​ນາມ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ ແລະ ສິ່ງ​ທ້າ​ທາຍຫລາຍ​ຢ່າງ. ເພາະ​ສະ​ນັ້ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ສຸມ​ໃສ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່​ນ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ແລະ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ຜັນ​ແປ​ສະ​ພາບ​ການ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຫນ້າ​ທີ່, ມາດ​ຕະ​ການ​ທີ່​ວາງ​ອອກ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:

        “ທີ​ຫນຶ່ງ​ແມ່ນ ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫ​ມ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີ​ສອງ ແມ່ນ​ຊຸກ​ຍູ້​ການ​ເປີດ​ກ້​ວາງງ​ຕະ​ຫລາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ. ທີ​ສາມ ປະ​ຕິ​ບັດ​ແຜນ​ຮ່າງ​ພັດ​ທະ​ນາ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ​ຕິດ​ພັນ​ກັບ​ບັ້ນ​ຂົນ​ຂວາຍ ຊາວ​ຫວ​ຽດ​ນາມ ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີສີ່ ສືບ​ຕໍ່​ສຳ​ຫລວດກວດ​ກາ, ສ້າງ​ກົນ​ໄກ, ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ຄວ​າມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ.”

        ບົດ​ລາຍ​ງານ​ອະ​ພິ​ປາຍ​ກ່ຽວ​ກັບ​ບາງ​ບັນ​ຫາ​ຊື່ງ​ ສ​ສ​ຊ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ຊາວ​ຊົ​ນ​ເຜົ່າ​ສ່ວນ​ຫນ້ອຍ, ໃນ​ຊຸມ​ປີ​ຜ່ານ​ມາ ເຖິງວ່າ ງົບ​ປະ​ມານ​ແຫ່ງ​ລັດ​ຍັງ​ຈຳ​ກັດ​ຢູ່ ແຕ່​ຂົງ​ເຂດ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ ສືບ​ຕໍ່​ໄດ້​ຮ​ັບ​ບຸ​ລິ​ມະ​ສິດ.

ຂ່າວ/ບົດ​ອື່ນ