ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມສະພາປະຊາຊົນແຂວງກວ໋າງນາມ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມສະພາປະຊາຊົນແຂວງກວ໋າງນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ
ກ່າວຄຳເຫັນທີ່ກອງປະຊຸມ
ພາບ:thanhnien.com.vn


(vovworld)- ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ​​ເທື່ອ​ທີ 11 ສະພາ​ປະຊາຊົນ​ແຂວງ ກວ໋າງນາມ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 9/7 ຢູ່ ນະຄອນ ນາມ​ກີ ​ແຂວງ ກວ໋າງນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຍ້ອງຍໍ​ສັນລະ​ເສີນ​ແຂວງ ກວ໋າງນາມ ບັນລຸ​ໄດ້​ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ, ສັງຄົມ ​ໃນ 6 ​ເດືອນ​ຕົ້ນ​ປີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີ​ແຂວງ ກວ໋າງນາມ ມີ​ນະ​ໂຍບາຍ​ບຸກທະລຸ​ໃນ​ການ​ດຶງ​ດູດ​ການ​ລົງທຶນ, ຮ່ວມ​ສຳພັນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ໄດ້​ປຽບ​ຂອງ​ແຂວງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຜະລິດ​ກະສິກຳ, ຍົກ​ສູງມູນ​ຄ່າ​ການ​ຜະລິດ, ຍູ້​ແຮງ​ການ​ລົບ​ລ້າງ​ຄວາມ​ອຶດຫິວຫລຸດຜ່ອນ​ຄວາມ​ຍາກຈົນ​ຢູ່​ເຂດຊົນນະບົດ, ​ເຂດ​ພູດ​ອຍ, ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຍ້ອງຍໍ​ສັນລະ​ເສີນ​ຊາວ​ປະມົງ​ແຂວງ ກວ໋າງນາມ ​ເວົ້າ​ສະ​ເພາະ ​ແລະ ຊາວ​ປະມົງ​ພາກ​ກາງ​ຫວຽດນາມ ​ເວົ້າ​ລວມ ​ໄດ້​ອົງອາດ​ກ້າ​ແກ່ນ​ອອກ​ໄກ​ຝ່ັງ​ຫາ​ປາ, ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດຊາດ​ໃນ​ສະພາບ​ການ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫລ່​ທະວີບ​ຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເວົ້າ​ວ່າ:

        “ສະພາ​ແຫ່ງ​ຊາດ ​ແລະ ທົ່ວ​ປວງ​ຊົນ​ຫວຽດນາມ ​ເດັດດ່ຽວ​ຄັດຄ້ານ, ກ່າວ​ປະນາມບັນດາ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ຈີນ. ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຫວຽດນາມ ມີ​ຄວາມ​ຕັດສິນ​ໃຈ​ສູງ, ມີ​ການ​ກະທຳ​ລະອຽດ​ເພື່ອ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ”

ຂ່າວ/ບົດ​ອື່ນ