ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄະ​ນະກຳມາ​ທິການຮ່ວມມືຫວຽດນາມ-ລາວ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄະ​ນະກຳມາ​ທິການຮ່ວມມືຫວຽດນາມ-ລາວ - ảnh 1
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:internet
(vovworld)- ຕອນ​ບ່າຍ​ວັນ​ທີ 3/10 ຢູ່ ຮ່າ​ໂນ້ຍ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟ​ຸກ, ປະ​ທານ ​ຄະ​ນ​ະ​ກຳ​ມາ​ທິການ​ຮ່ວມ​ມື ຫວຽດ​ນາມ - ລາວ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຮ່ວມ​ມື​ລະ​ຫວ່າງ​​ຄະ​ນະ​ກຳ​ມາ​ທິ​ການ ຫວຽດ​ນາມ ແລະ ລາວ ປີ 2014.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ຄະ​ນ​ະ​ກຳ​ມາ​ທິ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ເນັ້ນ​ຫນັກ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ແມ່ນ​ການ​ພົວ​ພັນ​ຍຸດ​ທະ​ສາດ, ພິ​ເສດ ກ່ຽວ​ກັບ​ທຸກດ​້ານ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ. ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນຕີ​ລາ​ຄາ, ສຳ​ຫລວດກວ​ດ​ຄືນ​ໝາກ​ຜົນ​ແຫ່ງ​ການ​ຫັນ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 36 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າ​ງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຈາກນັ້ນ ກະ​ກຽມ​ເນື້ອ​ໃນ, ແຜນ​ການ​ລະ​ອຽດ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຈັດ​ຂຶ້ນ​ໃນ​ໄລ​ຍະຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ