ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະພາທີ່ປຶກສາອະໄພຍະໂທດປີ 2013

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະພາທີ່ປຶກສາອະໄພຍະໂທດປີ 2013 - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມ
ສະພາທີ່ປຶກສາອະໄພຍະໂທດປີ 2013


(vovworld)- ຕອນ​ເຊົ້າ​ວັນ​ທີ 19/8 ຢູ່ ຮ່າ​ໂນ້ຍ, ສະພາ​ທີ່​ປຶ​ກສາ​ອະ​ໄພ​ຍະ​ໂທດ​ປີ 2013 ຈັດ​ກອງ​ປະຊຸມ​ເພື່ອ​ພິຈາລະນາ​ສຳ​ເນົາ​ເອກະສານ, ບັນຊີ​ລາຍ​ຊື່, ຜູ້​ໄດ້​ຮັບ​ສະ​ເຫ​ນີອະ​ໄພ​ຍະ​ໂທດ​ປີ 2013. ກ່າວ​ຄຳ​ເຫ​ັນນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ສະພາ​ອະ​ໄພ​ຍະ​ໂທດ​ປີ 2013 ຢືນຢັນ​ວ່າ: ການ​ອະ​ນຸ​ໂລມ ​ແລະ ມະນຸດສະທຳ ​ແມ່ນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ​ຫວຽດນາມ ສຳລັບ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ເວົ້າ​ລວມ ​ແລະ ອະ​ໄພ​ຍະ​​ໂທດ​ເວົ້າ​ສະ​ເພາະ. ນັບ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ປະຕິບັດ​ການ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ນັກ​ໂທດ​ກ່ອນ​ກຳນົດ​ເວລາ​ໃຫ້​ແກ່ນັກ​ໂທດ​ກວ່າ 48.000  ຄົນ. ຕາມ​ທ່າ​ນຮອງ​ນາຍົກລັດຖະມົນຕີ ​ແລ້ວ, ​ເພື່ອ​ປະຕິບັດ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ໄດ້​ຮັບ​ການ​ປະຕິບັດ​ຖືກ​ຕ້ອງ​ກັບ​ກົດໝາຍ, ວຽກ​ງານ​ພິຈາລະນາ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ​ເປີດ​ເຜີຍ, ​​ໂປ່​ງ​ໃສ, ຕ້ອງ​ຊັ່ງ​ຊາລະມັດລະວັງໃນ​ແຕ່​ລະ​ກໍລະນີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີວ່າ:

         “ພ້ອມ​ກັບ​ການ​ກວດກາ​ສຳ​ເນົາ​ເອກະສານ​ສະ​ເຫ​ນີອະ​ໄພ​ຍະ​ໂທດ ຕາມ​ການ​ກຳນົດ​ຂອງ​ກົດໝາຍ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຫລັງການ​ອະ​ໄພ​ຍະ​ໂທດ, ​ເຈືອ​ຈາ​ນ​ເຂົ້າ​ກັບ​ວົງ​ຄະນາຍາດ. ​ໃນ​ນັ້ນ ລັດຖະບານ​ໄດ້​ປະກາດ​ໃຊ້​ດຳລັດ​ເລກທີ 80 ກ່ຽວ​ກັບ​ການ​ໂຄສະນາ​, ຍົກ​ສູງ​ຄວາ​ມຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແຫນງ​ການ, ອົງການ​ຈັດ​ຕັ້ງ​ສັງຄົມ ​ແລະ ໝູ່​ມະຫາຊົນ ​ເພື່ອ​ລົບ​ລ້າງ​ຄວາມ​ປົມດ້ອຍ, ການ​ປະພຶດສຳລັບ​ຜູ້​ໄດ້​ຮັບ​ອະ​ໄພ​ຍະ​ໂທດ. ພ້ອມ​ທັງ​ ສອນ​ວິຊາ​ຊີບ ​ແລະ ສ້າງ​ວຽກ​​ເຮັດ​ງານ​ໃຫ້​​ແກ່​ເຂົາ​ເຈົ້າ. ”

 

 

 

 

 

 

ຂ່າວ/ບົດ​ອື່ນ