ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ນະຄອນຫາຍຟ່ອງ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ນະຄອນຫາຍຟ່ອງ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ເຮັດ​ວຽກ​ກັບ​ການ​ນຳນະຄອນ​ຫາຍ​ຟ່ອງ
(ພາບVGP/Lê Sơn)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/10, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ເຮັດ​ວຽກ​ກັບ​ການ​ນຳນະຄອນ​ຫາຍ​ຟ່ອງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ຍ້ອງຍໍ, ຕີ​ລາຄາ​ສູງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ຫາຍ​ຟ່ອງ ທີ່​ໄດ້​ມານະ​ພະຍາຍາມ​ສູ້​ຊົນ, ຜັນ​ຂະຫຍາຍ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ສູນ​ກາງ ​ແລະ ນະຄອນ. ພິ​ເສດ​ແມ່ນ​ເລື່ອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ອົງຄະ​ນະ​ພັກ​ນະຄອນ​ຫາຍ​ຟ່ອງ​ໄລຍະ 2015-2020  ​ໄດ້​ວາງ​ອອກ​ຄາດໝາຍ​ກໍ່ສ້າງ​ຫາຍ​ຟ່ອງ​ໃຫ້​ກາຍ​ເປັນ​ສູນ​ກາງບໍລິການ, ອຸດສາຫະກຳ​ໃຫຍ່ ທີ່​ມີ​ກຳລັງ​ແກ່ງ​ແຍ້​ງສູງ; ​ແມ່ນ​ຈຸດ​ສຸມ​ພັດທະນາ​ເສດຖະກິດ​ທະ​ເລ​ຂອງ​ທັງ​ປະ​ເທດ; ​ເປັນ​ສູນ​ກາງ​ສຶກສາ  ກໍ່ສ້າງ, ສາທາລະນະ​ສຸກ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຂອງ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ເໜືອ​ຫວຽດນາມ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ປະຕູ​ຖານ​ເອ​ເລັກ​ໂຕ​ນິກ, ພາກສ່ວນ​ມອບ-ຮັບ​ທີ່​ທັນ​ສະ​ໄໝ​ຂອງ​ເມືອງ ຮົ່ງບ່າງ, ນະຄອນ​ຫາຍ​ຟ່ອງ…

ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 30/10, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ​ ​ເຂົ້າ​ຮ່ວມ​ພິທີ​ປຸກລະດົມ​ບັ້ນ​ຮັບປະກັນ​ຄວາມ​ປອດ​ໄພ​ຄົມມະນາຄົມ​ທາງ​ນຳ້​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ