ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນຕ້ອນຮັບປະທານສະພາບໍລິຫານກອງທຶນສຶກສາຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນຕ້ອນຮັບປະທານສະພາບໍລິຫານກອງທຶນສຶກສາຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນຕ້ອນຮັບ​ປະທານ​ສະພາ​ບໍ​ລິ​ຫານ​ກອງ​ທຶນ​ສຶກສາ​ຫວຽດນາມທ່ານ Issacs Silvera
ພາບ:chinhphu.vn


(vovworld)-ຕອນບ່າຍວັນທີ 26/7, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກ ລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ​ສະພາ​ບໍ​ລິ​ຫານ​ກອງ​ທຶນ​ສຶກສາ​ຫວຽດນາມ(ອາ​ເມ​ລິ​ກາ) ທ່ານ Issacs Silvera ພວມ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຫງວຽນ​ທ້ຽນ​ເຍີນ ​​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ​ກໍ​ພ້ອມ​ແລ້ວ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ​້​ແກ່​ນັກ​ສຶກສາ​ຄົ້ນ​ຄ້ວາ​ຫວຽດນາມ ຢູ່ ຕ່າງປະ​ເທດ ພິ​ເສດ ຈາກ​ອາ​ເມ​ລິ​ກາ​ກັບ​ຄືນ​ເມືອ​ເຮັດ​ວຽກ ​ແລະ ອຸທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະ​​ມົນຕີ ປາດ​ຖະຫນາ ຢາກ​ກອງ​ທຶນ​ດັ່ງກ່າວ​ຈະ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ກວ່າ​ອີກ​ໃນ​ການ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ Issacs Silvera ຢືນຢັນ​ວ່າ: ຈະ​ເອົາ​ໃຈ​ໃສ່ ​ແລະ ຊ່ວຍ​ເຫລືອ​ໃຫ້​ແກ່​ການ​ພັດທະນາ​ການ​ສຶກສາ​, ບຳລຸງ​ສ້າງ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ