ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີເມືອງດ້າຍລົກ,ແຂວງກວາງນາມ

ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີເມືອງດ້າຍລົກ,ແຂວງກວາງນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນ
ຮັບຄະນະຜູ້ມີຄຸນງາມຄວາມດີເມືອງດ້າຍລົກ
(ພາບ: VGP/DinhNam)

(vovworld)- ​​​​​​​​​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ​ແມ່​ຫວຽດ​ນາມວິ​ລະ​ຊົນ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ໜັກ ແລະ ອາ​ດີດ​ການ​ນຳຫຼັກ​ແຫຼ​່ງ​ຂອງ​ເມືອງ​ດ້າຍ​ລົກ, ແຂວງກວາງ​ນາມ, ເນື່ອງ​ໃນ​ໂອກ​າດ​ຄະ​ນະ​ມາ​ຢ້ຽມ​ຢາມນະ​ຄອນຫຼວງ​ຮ່າ​ໂນ້ຍ ​ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັ​ນ​ທີ 25/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ: ກວາງ​ນາມ​ແມ່ນ​ໜຶ່ງ​ໃສ​ບັນ​ດາເຂດ​ດິນ​ແດນ​ທີ່​ມີ​ນ້ຳ​ໃຈ​ປະ​ຕິ​ວັດ ແລະ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ລວມ​ຂອງ​ທົ່ວ​ປະ​ເທດ. ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃ​ຈ​ໃສ່​ເບິ່ງ​ແຍງ​ເຖິງຊີ​ວິດ​​ການ​ເປັນ​ຢູ່​ຂອງ​ຜູ້​ທີ່​ມີ​ຄຸ​ນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ: ລັດ​ຖະ​ບານ​ຈະ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ຜູ້​ແທນ​ກ່ຽວ​ກັບ​ເລື່ອງ​​ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​, ປັບ​ປຸງ​ເຮືອນ​ຢູ່​ໃຫ້​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຈະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ ເພື່ອ​ໃຫ້​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ ແລະ ເບິ່ງ​ແຍງ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ທີ່​ສຸດ.


ຂ່າວ/ບົດ​ອື່ນ