ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບລັດຖະມົນຕີກະຊວງຖະແຫລງຂ່າວກຳປູເຈຍ Khieu Kanharith

(VOVWORLD) -ຕອນບ່າຍວັນທີ 22 ທັນວາ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງຖະແຫລງຂ່າວ ກຳປູເຈຍ ໂດຍທ່ານ ລັດຖະມົນຕີ Khieu Kanharith ເປັນຫົວຫນ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບລັດຖະມົນຕີກະຊວງຖະແຫລງຂ່າວກຳປູເຈຍ Khieu Kanharith - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  ຕ້ອນຮັບທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ  Khieu Kanharith

ເຂົ້າຮ່ວມພິທີຕ້ອນຮັບຍັງມີທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວພັດທະນາກະໂດດຂັ້ນ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາຜົນງານແຫ່ງການຮ່ວມມືອັນດີງາມລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ກັບກະຊວງຖະແຫລງຂ່າວກຳປູເຈຍ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ໃຫ້ສອງຝ່າຍສືບຕໍ່ຄົ້ນຄ້ວາ, ຊີ້ນຳເພີ່ມເວລາອອກອາກາດລາຍການກະຈາຍສຽງພາສາຫວຽດ ແລະ ພາສາກຳປູເຈຍ, ເພີ່ມເຕີມບັນດາລາຍການວັດທະນະທຳ, ສິລະປະ ແນະນຳກ່ຽວກັບປະເທດຊາດ, ຊາວຫວຽດນາມ - ກຳປູເຈຍ ຜ່ານຄື້ນຂອງວິທະຍຸກະຈາຍສຽງແຫ່ງຊາດ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ