ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຢ້ຽມຢາມໄທຢ່າງເປັນທາງການ

ທ່ານຮອງນາຍົກລັດຖະມົນຕີຫວູດຶກດາມຢ້ຽມຢາມໄທຢ່າງເປັນທາງການ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ
ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 10-11/08, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ຢ້ຽມຢາມ​ລາຊະ​ອານາຈັກ ​ໄທ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ລາຍການ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ​ໄທ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄທ ທະນະ​ສັກ ປະຕິມາ​ປຣະກອນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທະນະ​ສັກ ປະຕິມາ​ປຣະກອນ.

        ທີ່​ການ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ, ທ່ານ​ຮອງນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ລາຊະ​ອານາຈັກ ​ໄທ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ລັດຖະບານ ​ໄທ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ​ໄທ. ສ່ວນ​ທ່ານ​​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ ຢືນຢັນ​ວ່າ: ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ ພັດທະນາຍິ່ງ​ກ່ວາ​ອີກ.

        ທີ່​ການ​ເຮັດ​ວຽກ​ລະຫວ່າງ​ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີ ທະນະ​ສັກ ປະຕິມາ​ປຣະກອນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີບັນດາ​ຂົງ​ເຂດ​ຮ່ວມ​ມື​ລະອຽດ​ໃນ​ການ​ພົວພັນ 2 ຝ່າຍ​ຍິ່ງກ່ວາ​ອີກ. ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ໄດ້ 20 ຕື້ USD ​ໃນ​ປີ 2020; ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ​​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ