ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມງານຊຸມນຸມສັກຢາວັກຊີນ

ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມງານຊຸມນຸມສັກຢາວັກຊີນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວູ​ດືກ​ດາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວສັບ​ປະ​ດາ​ສັກ​ຢາ​ວັກ​ຊີນ​
ພາບ:baomoi.com

(vovworld)-​ ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ຫນອງ​ສັບ​ປະ​ດາ ສັກ​ຢາ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ປີ 2015 ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24/4 ຢູ່ ນະ​ຄອນ ບັກ​ຢາງ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໃນ​ງານ​ຊຸມ​ນຸ​ມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວູ​ດືກ​ດາມ ສະ​ເຫນີ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ສົມ​ທົບ​ກັບ​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ວັບ​ການ​ສັກ​ຢາ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ສັກ​ຢາ​ວັກ​ຊີນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ ຕ້ອງ​ປ່ຽນ​ໃຫມ່​ວຽກ​ງານ​ສັກ​ຢາ​ວັກ​ຊີນ ເພື່ອ​ຕອບ​ສະ​ຫນອງ​ສະ​ພາບ​ການ​ປະ​ຈຸ​ບັນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.
ຂ່າວ/ບົດ​ອື່ນ