ທ່ານຮອງນາຍົກລັດຖະມົນຕີຫວູວັນນີງເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດດຳລັດເລກທີ67

ທ່ານຮອງນາຍົກລັດຖະມົນຕີຫວູວັນນີງເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດດຳລັດເລກທີ67 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ
ພາບ:dantri.com.vn
(vovworld)- ຕອນ​ບ່າຍ​ວັນ​ທີ 28/1 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່​ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເປັນ​ປະ​ທານ​ການ​ປະ​ຊຸມ​ກັບ​ກະ​ຊ​ວງ, ຂະ​ແຫນງ​ການ​ຈຳ​ນວນ​ຫນຶ່ງ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ດຳ​ລັດ​ເລກ​ທີ 67 ກ່ຽວ​ກັບ​ບາງ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ, ພັດ​ທະ​ນາ​ສິນ​ໃນ​ນ້ຳ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຢືນ​ຢັນ​ວ່າ: ​ດຳ​ລັດ​ເລກ​ທີ 67 ແມ່ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ ແລະ ລັດ ມີ​ລັກ​ສະ​ນະ​ຍາວ​ນານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ເຫນີ​ວ່າ:  

“ພວກ​ເຮົາ​ໄດ້​ກຳ​ນົດ​ຢ່າງ​ຖືກ​ທິດ ແລະ ຜັນ​ຂະ​ຫຍາຍ​ໝາກ​ຜົນ​ເບື້ອງ​ຕົ້ນ​ຈຳ​ນວນ​ຫນຶ່ງ. ຄວນ​ສືບ​ຕໍ່​ຢືດ​ໝັ້ນ​ຄາດ​ໝາຍ, ນະ​ໂຍ​ບາຍ​ທີ່​ໄດ້​ວາງ​ອອກ, ພັດ​ທະ​ນາ​ການ​ຜະ​ລິດ​ສົມ​ທົບ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ, ​ ​ເຂດ​ທະ​ເລ, ໝູ່​ເກາະ, ຈັດ​ຕັ້ງ​ການ​ຜະ​ລິດ​ອາ​ຊີບ​ຫາ​ປາ​ຄືນ​ໃຫມ່, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ; ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​​ຢ່າງ​ຖືກ​ຕ້ອງ​ກັບກົດ​ໝາຍ ແລະ ແຫນ້ນ​ແຟ້ນ, ຖືກ​ກັບ​ເປົ້າ​ໝາຍ, ບໍ່​ປະ​ໃຫ້​ຜູ​້​ຄົນ​ບໍ່​ດີ​ສວຍ​ໃຊ້​ນະ​ໂຍ​ບາຍ.”  

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ກໍ​ໃສ່​ໃຈ​ກ່ຽວ​ກັບ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ລົງ​ທຶນ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ຄວນ​ສືບ​ຕໍ່​ສົມ​ທົບ​ກັນ, ຂຸດ​ຄົ້ນ​ບັນ​ດາ​ແຫລ່ງ​ທຶນ​ອື່ນ ເພື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ. ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ກູ້​ຢືມ​ທຶນ​ ​ຕາມ​ດຳ​ລັດ​ເລກ​ທີ 67 ໄດ້​ກຳ​ນົດ​.

 

ຂ່າວ/ບົດ​ອື່ນ