ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຝູເທາະ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງໃຫ້ແຂວງຝູເທາະຂຸດຄົ້ນ ແລະ ຍາດແຍ່ງກາລະໂອກາດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ ເພື່ອພັດທະນາຢ່າງກະໂດດຂັ້ນ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຝູເທາະ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ກ່າວຄໍາເຫັນທີ່ການເຮັດວຽກກັບການນໍາແຂວງຝູເທາະ (ພາບ: TTXVN)

ວັນທີ 25 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເທາະ ຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າ ແຂວງຝູເທາະຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ຄວນສຸມໃສ່ແກ້ໄຂໃຫ້ມີປະສິດທິຜົນໃນໄລຍະຈະມາເຖິງ.  ໃນໄລຍະຈະເຖິງ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງໃຫ້ແຂວງຝູເທາະຂຸດຄົ້ນ ແລະ ຍາດແຍ່ງກາລະໂອກາດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ ເພື່ອພັດທະນາຢ່າງກະໂດດຂັ້ນ. ຕາມທ່ານ ຈິ້ງດິ່ງຢຸງ ແລ້ວ ຄວນຖືອຸດສາຫະກໍາເປັນພື້ນຖານເພື່ອພັດທະນາ ພ້ອມທັງສະເໜີວ່າ ແຂວງຝູເທາະ ສືບຕໍ່ປະຕິບັດວຽກງານກະກຽມລົງທຶນບັນດາໂຄງການຈຸດສຸມ, ເຊື່ອມຕໍ່ເຂດພັດທະນາ ກັບໂຄງການອຸດສາຫະກໍາ, ການທ່ອງທ່ຽວ, ການບໍລິການ ໃຫ້ເປັນຢ່າງດີ.

        ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍໄດ້ຕອບບາງຂໍ້ສະເໜີຂອງທ້ອງຖ່ິນ, ພ້ອມທັງສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ອົງການກ່ຽວຂ້ອງ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ແລະ ສ້າງເງື່ອນໄຂໃຫ້ ແຂວງຝູເທາະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ