ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບລັດຖະມົນຕີການຄ້າຊູແອດ

ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍຕ້ອນຮັບລັດຖະມົນຕີການຄ້າຊູແອດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕ້ອນຮັບ​ທ່ານ Gunnar Oom ລັດຖະມົນຕີ​ກະຊວງ​ການ​ຄ້າ  ຊູແອດ
ພາບ:chinhphu.vn


(vovworld)- ຕອນ​ບ່າຍ​ວັນ​ທີ 18/9 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Gunnar Oom ລັດຖະມົນຕີ​ກະຊວງ​ການ​ຄ້າ  ຊູແອດທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ຍາມ​​ໃດ​ຫວຽດນາມ ກໍ​ຈົດ​ຈຳ ​ແລະ ຂອບ​ອົກ​ຂອບ​ໃຈ​ການ​ສະຫນັບ​ສະຫນັບ​ອັນ​ລຳ້​ຄ່າ ​ແລະ ການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານ ​ແລະ ປະຊາຊົນ ຊູແອດທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ກ່ອນ​ນີ້ ກໍ​ຄື​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ ຊົມ​ເຊີຍ​ເລື່ອງ​ ຫວ່າງ​ແລ້ວ​ນີ້ ຊູແອດມີ​ບັນດາການ​ເຄື່ອນ​ໄຫວຕັ້ງຫນ້າ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ​ເພ່ີມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​​ແຕ່ 10-20% ໃນ​ 6 ປີຜ່ານມາ. ປີ 2014,​ສອງ​ປະ​ເທດ​ຈະ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ສະ​ເຫ​ນີສອງ​ຝ່າຍ​ສົມທົບ​ກັນ, ຈັດ​ຕັ້ງ​ວຽກ​ງານ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ​ໃຫ້​ສຳ​ເລັດ​ຜົນ ​ແລະ ສ້າງ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົ​ນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ລັດຖະບານ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ບັນດາ​ວິ​ສາ​ຫະກິດ ຊູແອດ ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກີດ​ຢູ່​ຫວຽດນາມ ບົນ​ພື້ນຖານ​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຂ່າວ/ບົດ​ອື່ນ