ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຕ້ອນຮັບປະທານລັດຖະສະພາລັດ Hessen, ສະຫະພັນເຢຍລະມັນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ສະເໜີໃຫ້ປະທານລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາລັດ Hessen ສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານຫວຽດນາມ ໃນການແບ່ງປັນບົດຮຽນສ້າງລັດແຫ່ງອຳນາດນິຕິບັນຍັດ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຕ້ອນຮັບປະທານລັດຖະສະພາລັດ Hessen, ສະຫະພັນເຢຍລະມັນ - ảnh 1 ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຕ້ອນຮັບປະທານລັດຖະສະພາລັດ Hessen, ສະຫະພັນເຢຍລະມັນ

(ພາບ: VGP)

ທີ່ການຕ້ອນຮັບທ່ານ Boris Rhein, ປະທານລັດຖະສະພາລັດ Hessen, ສະຫະພັນເຢຍລະມັນ ໃນຕອນບ່າຍວັນທີ 12 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ສະເໜີໃຫ້ປະທານລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາລັດ Hessen ສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານຫວຽດນາມ ໃນການແບ່ງປັນບົດຮຽນສ້າງລັດແຫ່ງອຳນາດນິຕິບັນຍັດ, ສ້າງນິຕິກຳໃນບັນດາຂົງເຂດຄຸ້ມຄອງການລົງທຶນພາກລັດ - ເອກະຊົນ, ການຄຸ້ມຄອງເຂດຕົວເມືອງ, ການຄ້າເອເລັກໂຕນິກ, ມີສຽງສະໜັບສະໜູນ EU ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ EU ແລະ ຫວຽດນາມ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ…

        ສ່ວນທ່ານ Boris Rhein ຖືວ່າ, ປີ 2020 ຫວຽດນາມ ແມ່ນປະທານໝູນວຽນອາຊຽນ ແລະ ເຢຍລະມັນ ແມ່ນປະທານໝູນວຽນຂອງ EU ນັ້ນ, ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ