ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບການນຳຂັ້ນສູງກຳປູເຈຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ, ຕອນເຊົ້າວັນທີ 13 ທັນວາ ຢູ່ ພະນົມເປັນ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມເຈື່ອງຮ່ວາບີງ ໄດ້ພົບປະກັບທ່ານ Samdech Hun Sen ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານນາງ Khuon Sodary ຜູ້ວ່າການປະທານສະພາແຫ່ງຊາດ ກຳປູເຈຍ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech HunSen ແລະ ທ່ານນາງ Khuon Sodary ໄດ້ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຊື່ອໝັ້ນວ່າ ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ.  ການນຳ ກຳປູເຈຍ ຕີລາຄາສູງຄວາມໝາຍຂອງເລື່ອງສອງຝ່າຍລົງນາມໃນເອກະສານນິຕິກຳສຳຄັນ ສອງສະບັບ ຮັບຮູ້ໝາກຜົນ 84% ວຽກງານຂີດຂັ້ນ ປັກຫລັກໝາຍຊາຍແດນທາງບົກທີ່ບັນລຸໄດ້ ພ້ອມທັງເຫັນດີ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຊອກຫາມາດຕະການເໝາະສົມເພື່ອສຳລັດວຽກງານຂີດຂັ້ນ ປັກຫລັກໝາຍຊາຍແທນທົ່ວເສັ້ນຊາຍແດນຫວຽດນາມ ກຳປູເຈຍ ໃຫ້ສຳເລັດຜົນ.

ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ພົບປະກັບປະທານສະພາສູງກຳປູເຈຍ Say Chhum ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ.                            

ຕອບກັບ

ຂ່າວ/ບົດ​ອື່ນ