ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຂົ້າຮ່ວມພິທີຍ້ອງຍໍນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນປີ2016

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງເຂົ້າຮ່ວມພິທີຍ້ອງຍໍນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນປີ2016 - ảnh 1
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ
ຍ້ອງຍໍນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນປີ 2016
(ພາບ: daidoanket.vn)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 05/11 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຊົນ​ເຜົ່າ​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ນັກຮຽນ, ນັກ​ສຶກສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດີ​ເດັ່ນ​ໃນ​ປີ 2016 ລວມ 141 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ເບິ່ງ​ແຍງ​ດູ​ແລ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ຂະ​ແໜງ​ການ​ສຶກສາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ຕອບ​ສະໜອງ​ການ​ຮຽກຮ້ອງຕ້ອງການ​ປ່ຽນ​ໃໝ່​ການ​ສຶກສາ​ໂດຍ​ພື້ນຖານ ​ແລະ ຮອບດ້ານ ​ແລ​ະ ​ເຊື່ອ​ມຍົງ​ເຂົ້າ​ກັບ​ສາກົນ. ທ່ານ​ຮອງນາຍົກລັດຖະມົນຕີປາດຖະໜາ​ຢາກ​ໃຫ້​ພວກ​ນ້ອງ ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​ຮ່ຳຮຽນ​ກ່ວາ​ອີກ ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ ​ໃຫ້ພວກ​ນ້ອງສືບ​ຕໍ່ສູ້​ຊົນ, ຝຶກ​ອົບຮົມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ກາຍ​ເປັນພົນລະ​ເມືອງ​ມີ​ປະ​ໂຫຍ​ດ, ອຸທິດ​ສ່ວນ​ໃຫ້​ປະ​ເທດ​ຊາດ​​ໃນ​ໄລຍະ​ເຊື່ອ​ມ​ໂຍງ​ເສດຖະກິດ, ປະກອບສ່ວນ​ຢ່າງ​ແທ້ຈິງ ຢືນຢັນ​ທີ່​ຕັ້ງບົດບາດ​ຂອງ ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ​ເຂດ​ຊົນ​ເຜົ່າ ​ແລະ ພູດ​ອຍຈະ​ນັບ​ມື້​ນັບ​ມີ​ນັກຮຽນ​, ນັກ​ສຶກສາ​ຫລາຍ​ຄົນ​ດີ​ເດັ່ນ”

ຂ່າວ/ບົດ​ອື່ນ