ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງໄປໄວ້ອາໄລພະມະຫາອາຈານທີກເຈີນທ້ຽນ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງໄປໄວ້ອາໄລພະມະຫາອາຈານທີກເຈີນທ້ຽນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ
ໄປໄວ້ອາໄລພະມະຫາອາຈານ ທີກເຈີນທ້ຽນ

(vovworld) – ​ ​ ວັນ​ທີ 13/11, ຢູ່​ນະຄອນ ​ເຫ້ວ, ຕາງໜ້າ​ລັດຖະບານ, ທ່ານ ​ເຈືອງ​ຮ່ວາ​ບີ່​ງ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍ​ົກລັດຖະມົນຕີ​ຜູ້ປະຈຳລັດ​ຖະບານ ​ໄດ້​ວາງ​ພວງມາລາ ​ແລະ ​ໄວ້ອາ​ໄລ​ພະນະ​ຫາ​ອາຈານ ທີ​ດ​ເຈີ​ນທ້ຽນ. ​ໃນ​ປື້​ມ​ໄວ້​ອາ​ໄລ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​່ງ ຊີ້​ແຈ້ງວ່າ: ພະນະ​ຫາ​ອາຈານ ທີ​ດ​ເຈີ​ນທ້ຽນ ​ແມ່ນຜູ້​ມີ​ຍົກ​ຖາ​ບັນດາສັກ​ຂອງສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ​ເປັນ​ແບບຢ່າງ​ດີ​ເດັ່ນ​ໃນ​ການຮັບ​ໃຊ້​ປະ​ເທດ​ຊາດ, ສາສະໜາ ​ແລະ ຊົນ​ຊາດ. ພະນະ​ຫາ​ອາຈານ ທີ​ດ​ເຈີ​ນທ້ຽນ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​​ໃນ​ການເລືອກ​ຕັ້ງ​ຈາກ​ປະຊາຊົນ, ພະສົງ​ສາມະ​ເນນ, ສາສະ​ນິກກະ​ຊົນເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 11, 12, 13, 14. ພະນະ​ຫາ​ອາຈານ ທີ​ດ​ເຈີ​ນທ້ຽນ ​ແມ່ນພະຍານ​ຫຼັກ​ຖານ​ໃຫ້ການຕິດ​ພັນ​ລະຫວ່າງ​ສາສະໜາ​ ​ແລະ ປະ​ເທດຊາດ, ​ໄດ້ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 2, ຫຼຽນ​ໄຊ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ນາມມະຍົດ​ສູງສົ່ງ​ອື່ນໆຈາກ​ພັກ ​ແລະ ລັດ.

 

ຂ່າວ/ບົດ​ອື່ນ