ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຕ້ອນຮັບເອກອັກຄະລັດຖະທູດໄທປະຈຳຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຕ້ອນຮັບເອກອັກຄະລັດຖະທູດໄທປະຈຳຫວຽດນາມ - ảnh 1
ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ​ຕ້ອນ​ຮັບ​ທ່ານ ມານົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດໄທ ປະ​ຈຳ​ຫວຽດາມ
ພາບ:TTXVN

(vovworld)- ຕອນ​ບ່າຍ​ວັນ​ທີ 24/10 ຢູ່ ຮ່​າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ມານົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດໄທ ປະ​ຈຳ​ຫວຽດາມ. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​​ສຸດ​ຊື້ງມາ​ຍັງ​​ລາດ​ຊະ​ວົງ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ໄທ ຕໍ່​ການ ສະຫວັນ​ນະ​ຄົດ​ຂອງ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ. ທ່ານ​ຮອງ​ນາ​ຍົກລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ເນັ້ນ​ຫນັກ​ວ່າ: ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ການ​ພົວ​ພັນ​ກັບ​ບັນ​ດາ​ສະ​ມາ​ຊິກ ພາຍ​ໃນ​ກຸ່ມ​ອາ​ຊຽນເປັນ​ສຳ​ຄັນ, ໃນ​ນັ້ນ ມີ​ໄທ. ລັດ​ຖະ​ບານ​ຫວຽດ​ນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ແລະ ສະ​ຫນັບ​ສະ​ຫນູນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ນີ້, ​ເຮັດ​ໃຫ້​ຜົນ​ປະ​ໂຫຍດຂອງ​ສອງ​ຝ່າຍ​ເພີ່ມ​ຂຶ້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາວ່າ ໄທ ແລະ ຫວຽດ​ນາມ ຈະ​ມີ​ຂໍ້​ຕົກ​ລົງ​ກາ​ນ​ຮ່ວມ​ມື​ແຮງ​ງານ​ໂດຍ​ໄວ ເມື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້​ນ, ໃນ​ນັ້ນ ໄທ​ໄດ້​ສ້າງ​ເງື່ອນ​ໄຂ​ເປີດກວ້າງ​ບັນ​ດາ​ຂະ​ແຫນງ​ອາ​ຊີບ​ທີ່​ມີ​ການ​ຈ້າງ​ຄົນ​ງານ​ຫວຽດ​ນາມ, ຊຸກ​ຍູ້​ການ​ສ້າງ​ບັນ​ດາ​ໂຄງ​ກາ​ນ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ຢູ່​ ແຂວງ ກວ໋າງ​ຈີ້ ຂຶ້ນ​ກັບ​ແລວ​ເສດ​ຖະ​ກິດ ຕາ​ເວັນ​ອອກ ຕາ​ເວັນ​ຕົກ ຊື່ງ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍດ.ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫນາວ່າ ໄທ ແລະ ຫວຽດ​ນາມ ເສີ​ມ​ຂະ​ຫຍາຍ​ທັດ​ສະ​ນາ​ລວມ, ຮັບ​ປະ​ກັນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ການ​ພົວ​ພັນ​ກັ​ບ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ​ໃນ​ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ