ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງເມືອງເຮືອງເຄ,ຮ່າຕິ້ງ

ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວພົບປະກັບຜູ້ມີສິດເລືອກຕັ້ງເມືອງເຮືອງເຄ,ຮ່າຕິ້ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ເຮືອງ​ເຄ,ຮ່າ​ຕິ້ງ
(ພາບ: baohatinh.vn)


(vovworld) - ​​​ໂດຍ​ປະ​ຕິ​ບັດ​ລາຍ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນຈະ​ຈັດ​​ຕັ້ງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 07/10, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິ່ງ​ເຫ້ວ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ​ຮ່າ​ຕິ້ງ ໄດ້​ມີ​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ເຮືອງ​ເຄ. ຢູ່​ທີ່​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃຫ້​ຮູ້​ວ່າ: ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ຫຼາຍ​ຢ່າງ ແລະ ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ປີ 2013 ແລະ ສ້າງ​ຮ່າງ​ກົ​ດ​ໝາຍກວ່າ 100 ສະ​ບັບ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ມາ​ຮອດ​ປະ​ຈ​ຸ​ບັນ, ບັນ​ດາ​ຮ່າງ​ກົດ​ໝາຍ​ເລ​ີ່ມ​​ຕົ້ນເຂົ້າ​ສູ່​ຊີ​ວິດ​ການ​ເປັນ​ຢູ່ ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ, ສະ​ກັດ​ກັ້ນ​ສະ​ພາບ​ລະ​ເມີດ​ກົດ​ໝາຍ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ທາງ​ສັງ​ຄົມ. ຕອບ​ຄຳ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ການ​ປະ​ຕິ​ບັດ​ໂຄງ​ການ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ແບ່ງ​ຂັ້ນ​ໃຫ້​ທ້ອງ​ຖ​ິ່ນ​ຕ່າງໆ, ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ຖານ​ຢ່າງ​ມີ​ໄຫວ​ພິບ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ, ກ້າວ​ໄປ​ເຖິງ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ພວມ​ມີ​​ທ່າ​ອ່ຽງ​ຜັ​ນ​ແປ່​ໄປ​ຢ່າງ​ຮ້າຍ​ແຮງ​ຄື​ໃນ​ປະ​ຈຸ​ບັນ​.

ຂ່າວ/ບົດ​ອື່ນ