ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເຂົ້າຮ່ວມກອງປະຊຸມສົ່ງເສີມໝາກລຳໄຍຮືງອຽນ

(VOVWORLD) -ຕອນເຊົ້າວັນທີ 12 ສິງຫາ ຢູ່ ແຂວງ ຮືງອຽນ ໄດ້ ດຳເນີນກອງປະຊຸມສົ່ງເສີມການຄ້າໝາກລຳໄຍ ແລະ ຜະລິດຕະພັນກະເສດຂອງແຂວງ ຮືງອຽນ ປີ 2018 ແລະ ມອບຂໍ້ຕົກລົງຢັ້ງຢືນ ໝີຮ່າວ ບັນລຸມາດຖານຊົນນະບົດໃຫມ່.

ກອງປະຊຸມຖືກຈັດຂຶ້ນໃນລະດູເກັບກູ້ໝາກລຳໄຍ ເພື່ອແນໃສ່ປຶກສາຫາລືບັນດາມາດຕະການພື້ນຖານຍູ້ແຮງການເຄື່ອນໄຫວດ້ານການຄ້າ, ສົ່ງເສີມການຈຳຫນ່າຍໝາກລຳໄຍໃຫ້ແກ່ພໍ່ແມ່ຊາວກະສິກອນ. ເຂົ້າຮວ່ມແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃສ່ໃຈວ່າແຂວງ ຮືງອຽນ ຄວນເອົາໃຈໃສ່ວຽກງານວາງແຜນກຳນົດເຂດຜະລິດໃຫ້ເໝາະສົມ, ຕາມຄວາມຕ້ອງການຂອງຕະຫລາດ. ຄຽງຄູ່ກັນນັ້ນ ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາແຂວງ, ນະຄອນ ແລະ ອົງການກ່ຽວຂ້ອງຂອງຈີນ, ບັນດາວິສາຫະກິດ, ກຸ່ມບໍລິສັດ, ລະບົບຈຳຫນ່າຍຂາຍຍ່ອຍ, ຄູ່ຄ້າ ເປັນປະຈຳເພື່ອກຳແຫນ້ນຂໍ້ມູນຂ່າວ ເຊື່ອມຕໍ່ຕະຫລາດ, ຈຳຫນ່າຍຜະລິດຕະພັນເປັນປົກກະຕິ, ປະຕິບັດສັນຍາໂດຍໄວ, ຊື້ຂາຍຕາມສັນຍາການຄ້າຢ່າງເປັນທາງການ, ຫລີກລ້ຽງຄວາມສ່ຽງໃຫ້ແກ່ຊາວກະສິກອນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ