ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ຈ່າວິງ

(VOVWORLD) - ຕອນບ່າຍວັນທີ 3 ຕຸລາ, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ຈ່າວິງ.
ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ຈ່າວິງ - ảnh 1 ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີແຂວງ ຈ່າວິງ (ພາບ: TTXVN)

  ທີ່ການຕ້ອນຮັບ, ທ່ານ ນາງຮອງປະທານປະເທດມີຄວາມປາດຖະໜາຢາກໃຫ້ ແຂວງ ຈ່າວິງ ສືບຕໍ່ປະຕິບັດຂະບວນການຕອບບຸນແທນຄຸນເປັນຢ່າງດີ, ລະດົມບັນດາແຫຼ່ງກຳລັງສັງຄົມ, ເສີມຂະຫຍາຍກຳລັງແຮງປະຊາຄົມເບິ່ງດູແລຜູ້ທີ່ມີຄຸນງາມຄວາມດີ, ເພີ່ມທະວີການສ້າງເງື່ອນໄຂສະດວກເພື່ອໃຫ້ຄອບຄົວຜູ້ທີ່ມີຄຸນງາມຄວາມດີເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ພັດທະນາເສດຖະກິດ,  ມີສະຖຽນລະພາບໃນການດຳລົງຊີວິດ. ຄຽງຄູ່ກັນນັ້ນ, ທາງແຂວງໄດ້ສົມທົບກັນປະຕິບັດວຽກງານຄົ້ນຫາ, ເຕົ້າໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຈົນຮອດປີ 2020 ແລະ ຊຸມປີຕໍ່ໄປ, ເສີມຂະຫຍາຍກຳລັງແຮງສັງລວມຂອງທຸກຂັ້ນ, ຂະແໜງການ, ລະບົບການເມືອງ ແລະ ທົ່ວສັງຄົມໃນການປະຕິບັດລະບອບ, ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ