ທ່ານຮອງ​ປະ​ທານ​ປະ​ເທດ​ ນາງ​ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ເມືອງ ເດິດ​ດໍ

(VOVWORLD) - ຕອນເຊົ້າວັນທີ 14 ມິຖຸນາ, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສອນສະຖານ ແລະ ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ ຫວໍທິເຊົ໊າ, ຢູ່ເມືອງ ເດິດດໍ.
ທ່ານຮອງ​ປະ​ທານ​ປະ​ເທດ​ ນາງ​ ຫວໍ​ທິ​ແອັງ​ຊວັນ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ເມືອງ ເດິດ​ດໍ - ảnh 1ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ  ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບຍິງ ຫວໍທີເຊົ໊າ 

ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ຕອນເຊົ້າວັນທີ 14 ມິຖຸນາ, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສອນສະຖານ ແລະ ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ ຫວໍທິເຊົ໊າ, ຢູ່ເມືອງ ເດິດດໍ.

        ນະທີ່ນີ້, ບັນດາຜູ້ແທນໄດ້ວາງພວງມາລາ, ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບຍິງ ຫວໍທີເຊົ໊າ ເຊິ່ງເປັນລູກຫຼານຜູ້ດີເດັ່ນຂອງເມືອງ ເດິດດໍ       ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ອົງອາດກ້າຫານເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ຖັດຈາກນັ້ນ, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍທິແອັງຊວັນ ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ຢ້ຽມຢາມຄອບຄົວທະຫານເຈັບປ່ວຍ, ທະຫານເສຍອົງຄະຢູ່ເມືອງ ເດິດດໍ; ມອບເງິນຈຳນວນ 200 ລ້ານຄົນໃຫ້ມູນນິທິປົກປ້ອງເດັກຂອງແຂວງ ແລະ ມອບຂອງຂັວນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊວັນ ກໍໄດ້ເຮັດວຽກກັບການນຳເມືອງ ເດິດດໍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ