ທ່ານຮອງປະທານປະເທດ ລາວ ຄຳພັນ ວິພາວັນ ຢ້ຽມຢາມ ແຂວງຮວ່າບິ່ງ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2017) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2017).
ທ່ານຮອງປະທານປະເທດ ລາວ ຄຳພັນ ວິພາວັນ ຢ້ຽມຢາມ ແຂວງຮວ່າບິ່ງ - ảnh 1ທ່ານຮອງປະທານປະເທດ ລາວ ຄຳພັນ ວິພາວັນ ເຮັດວຽກກັບການນຳແຂວງ ຮ່ວາບີງ (ພາບ: TTXVN) 

ວັນທີ 19 ກໍລະກົດ, ຄະນະຜູ້ແທນຂັ້ນສູງແຫ່ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍ ທ່ານຮອງປະທານປະເທດແຫ່ງ ສປປ ລາວ ຄຳພັນ ວິພາວັນ ເປັນຫົວໜ້າຄະນະ, ເດີນທາງມາຢ້ຽມຢາມ ແຂວງຮວ່າບິ່ງ. ທີ່ການພົບປະກັບການນຳ ແຂວງຮວ່າບິ່ງ, ທ່ານຮອງປະທານປະເທດແຫ່ງ ສປປ ລາວ ຄຳພັນ ວິພາວັນ ປາດຖະໜາຢາກ ຖອດຖອນບົດຮຽນ ເພື່ອ ຊີ້ນຳ, ນຳພາ, ບໍລິຫານ, ນຳ ບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ-ລາວ ພ້ອມກັນພັດທະນາ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ນັບມື້ນັບມີຄວາມເຂັ້ມແຂງແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານຮອງປະທານປະເທດແຫ່ງ ສປປ ລາວ ສະແດງຄວາມເຫັນດີເປັນເອກະພາບສູງໃນການກໍ່ສ້າງ, ປົກປັກຮັກສາເຂດປູສະນີຍະສະຖານປະຫວັດສາດ ເຊິ່ງແມ່ນສະຖານທີ່ດຳເນີນເຫດການທີ່ສຳຄັນ - ກອງປະຊຸມໃຫຍ່ຈັດກຽມໃຫ້ແກ່ ກອງປະຊຸມໃຫຍ່ ຄັ້ງທີ II ພັກປະຊາຊົນລາວ (ປະຈຸບັນແມ່ນພັກປະຊາຊົນປະຕິວັດລາວ). ທ່ານຮອງປະທານປະເທດແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ຈະຊີ້ນຳຫ້ອງວ່າການສູນກາງພັກ ແລະ ພະນັກງານ, ຂະແໜງການກ່ຽວຂ້ອງຂອງ ລາວ ສະໜອງຂໍ້ມູນ, ເອກະສານ ກ່ຽວກັບປະເທດລາວ ແລະ ການພົວພັນລະຫວ່າງ ລາວ ກັບ ແຂວງຮວ່າບິ່ງ ໃຫ້ແກ່ແຂວງຮວ່າບິ່ງ.

        ເນື່ອງໃນໂອກາດທີ່ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມເຂດປູສະນີຍະສະຖານປະຫວັດສາດແຫ່ງຊາດ ສະຖານທີ່ດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ II ພັກປະຊາຊົນລາວ (ໃນບໍລິເວນກອງບັນຊາການທະຫານ ແຂວງຮວ່າບິ່ງ) ແລະ ບັນທຶກເຂົ້າໃນປຶ້ມຄຳມູນເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ