ທ່ານຮອງປະທານປະເທດນາງ ຫວໍ້ທິແອັງຊວັນ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປຊຊຖືກຜົນສະທ້ອນຈາກພາຍຸ, ນ້ຳຖ້ວມຢູ່ ບັກຢາງ

(VOVWORLD) - ທ່ານນາງ ຫວໍ້ທິແອັງຊວັນ ສະເໜີໃຫ້ແຂວງ ບັກຢາງ ສືບຕໍ່ສຸມໃສ່ເປັນຢ່າງສູງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi
ທ່ານຮອງປະທານປະເທດນາງ ຫວໍ້ທິແອັງຊວັນ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປຊຊຖືກຜົນສະທ້ອນຈາກພາຍຸ, ນ້ຳຖ້ວມຢູ່ ບັກຢາງ - ảnh 1ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊວັນ ມອບຂອງຂວັນຢູ່ເມືອງ ລູກນາມ
(ພາບ: VGP)

        ວັນທີ 13 ກັນຍາ, ທ່ານຮອງປະທານປະເທດ ຫວຽດນາມ ນາງ ຫວໍ້ທິແອັງຊວັນ ໄດ້ໄປກວດກາສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ຢູ່ແຂວງ ບັກຢາງ ແລະ ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນພາຍຸ, ນ້ຳຖ້ວມຢູ່ຕາແສງ ຫວູຊາ, ເມືອງ ລູກນາມ.

        ຢູ່ທີ່ນີ້, ທ່ານນາງ ຫວໍ້ທິແອັງຊວັນ ສະເໜີໃຫ້ແຂວງ ບັກຢາງ ສືບຕໍ່ສຸມໃສ່ເປັນຢ່າງສູງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi; ຈັດການຕິດຕາມສະພາບການອາກາດຢ່າງໃກ້ຊິດ, ເປັນເຈົ້າການຮັບມື, ຮັບປະກັນໃຫ້ທັນການ, ມີປະສິດທິຜົນ, ສະກັດກັ້ນຄວາມເສຍຫາຍຍ້ອນພາຍຸກໍ່ໃຫ້ເກີດໃນໄລຍະຈະມາເຖິງຢ່າງສຸດຂີດ. ທາງແຂວງກໍ່ຕ້ອງເອົາໃຈໃສ່, ເບິ່ງແຍງດູແລການດຳລົງຊີວິດຂອງບັນດາຄອບຄົວຖືກຜົນສະທ້ອນຈາກສະພາບຝົນຕົກ, ນ້ຳຖ້ວມ; ໜູນຊ່ວຍການຫາເງິນລ້ຽງຊີບສຳລັບບັນດາຄອບຄົວຖືກເສຍຫາຍ ເພື່ອໃຫ້ພໍ່ແມ່ປະຊາຊົນກັບຄືນສູ່ຊີວິດ ແລະ ການຜະລິດເປັນປົກກະຕິ.

        ເນື່ອງໃນໂອກາດນີ້, ທ່ານຮອງປະທານປະເທດ ນາງ ຫວໍທິແອັງຊວັນ ໄດ້ໜູນຊ່ວຍແຂວງ ບັກຢາງ ຈຳນວນເງິນ 500 ລ້ານດົ່ງ ເພື່ອແກ້ໄຂຜົນຮ້າຍຈາກພາຍຸເລກ 3; ມອບຂອງຂວັນ 100 ພູດໃຫ້ແກ່ບັນດາຄອບຄົວຖືກຜົນສະທ້ອນຈາກສະພາບຝົນຕົກ, ນ້ຳຖ້ວມໃນບໍລິເວນເມືອງ ລູກນາມ.

ຕອບກັບ

ຂ່າວ/ບົດ​ອື່ນ