ທ່ານຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກທຸກຍາກຢູ່ແຂວງທາຍບີ່ງ

ທ່ານຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກທຸກຍາກຢູ່ແຂວງທາຍບີ່ງ - ảnh 1
ພິທີມອບທຶນສຶກສາໃຫ້ແກ່ເດັກທຸກຍາກຢູ່ ທາຍບີ່ງ
ພາບ:baothaibinh.vn


(vovworld)- ຕອນ​ເຊົ້າ​ວັນ​ທີ​ 19/8, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ປະທານ​ສະພາກ​ອງທຶນ​ປົກ​ປ້ອງ​ເດັກນ້ອຍ​ຫວຽດນາມ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ແກ່​ເດັກ​ນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ ທາຍ​ບີ່​ງ. ຕາງຫນ້າ​​ໃຫ້​ກອງ​ທຶນ​ດັ່ງກ່າວ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ມອບ​ 130 ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກທີ່ຮຳ່ຮຽນ​ເກັ່ງ ​ແຕ່ລະ​ທຶນ​ລວມມູນ​ຄ່າ 3 ລ້ານ​ດົ່ງ, ​ໃນ​ນັ້ນ ມີ 10 ຄົນ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງຍາວ​ນານ ຄາດ​ວ່າ​ແມ່ນ​ໄລຍະ 5 ປີ ດ້ວຍ​ລະດັບ​ຫນູນ​ຊ່ວຍ 5             ລ​້ານດົ່ງ/ປີ. ນີ້​ແມ່ນ​ລາຍການ​ທຳ​ອິດທີ່​ມີ​ຂອບ​ຂະຫນາດ​ໃຫຍ່ ຊ່ື​ງກອງ​ທຶນ​ດັ່ງກ່າວ​ຈັດ​ຂຶ້ນ​ຢູ່​ແຂວງ ທາຍ​ບີ່​ງ ​ເພື່ອ​ສົ່ງ​ເສີມ​ພວກ​ນ້ອງ​ຮຳ່ຮຽນ​ເກັ່ງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ​ໃນ​ຊີວິດ.

 

 

 

ຂ່າວ/ບົດ​ອື່ນ