ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ

(VOVWORLD) -ຕອນບ່າຍວັນທີ 24 ກັນຍາ, ຢູ່ຈຸດຖ່າຍທອດສົດ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະທາງໄກກັບຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV. 
ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະທາງໄກກັບຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ (ພາບ: quochoi.vn)

  ກອງປະຊຸມນີ້ຖືກຈັດຂຶ້ນຢູ່ສະຖານທີ່ຖ່າຍທອດສົດ 10 ຈຸດ, ເຊິ່ງລວມມີ: ຮ່າໂນ້ຍ, ແຂວງ ເຮົ້າຢາງ ແລະ 8 ເມືອງສັງກັດແຂວງ ເຮົ້າຢາງ.

        ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ ໄດ້ລາຍງານ ແລະ ສະເໜີກ່ຽວກັບບັນດາບັນຫາຄື: ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ບັນດາຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19; ລະບອບ, ນະໂຍບາຍຊ່ວຍໜູນສັງຄົມ ກໍຄືການປະຕິບັດບັນດານະໂຍບາຍໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫາກິດທີ່ຖືກຜົນກະທົບຈາກໂລກລະບາດ; ຄວາມຫຍຸ້ງຍາກດ້ານທຶນຮອນເພື່ອເຄື່ອນໄຫວການຜະລິດຄືນໃໝ່…


ຕອບກັບ

ຂ່າວ/ບົດ​ອື່ນ