ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ມອບຂອງຂວັນບຸນປີໃໝ່ໃຫ້ຄອບຄົວນະໂຍບາຍຢູ່ ອານຢາງ

(VOVWORLD) -ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳບຸນຄຸນ, ການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດຄັ້ງຕ່າງໆ ແລະ ໃນພາລະກິດພັດທະນາປະເທດຊາດ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ມອບຂອງຂວັນບຸນປີໃໝ່ໃຫ້ຄອບຄົວນະໂຍບາຍຢູ່ ອານຢາງ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ  ເຈິ່ນແທັງເໝີ້ນ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍໃນບໍລິເວນນະຄອນ ລອງຊວຽນ
(ພາບ: daibieunhandan.vn)

ຕອນເຊົ້າວັນທີ 29 ທັນວາ, ໃນການໄປປະຕິບັດງານຢູ່ແຂວງ ອານຢາງ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍໃນບໍລິເວນນະຄອນ ລອງຊວຽນ.

        ທີ່ການພົບປະ, ທ່ານ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳບຸນຄຸນ, ການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີໃນການຕໍ່ສູ້ກູ້ຊາດຄັ້ງຕ່າງໆ ແລະ ໃນພາລະກິດພັດທະນາປະເທດຊາດ. ພ້ອມທັງສະເໜີໃຫ້ແຂວງ ອານຢາງ ກະກຽມເງື່ອນໄຂທີ່ດີເພື່ອຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ຢ່າງປອດໄພ, ປະຢັດ; ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ແຜນການຟື້ນຟູ ແລະ ພັດທະນາເສດຖະກິດ- ສັງຄົມຢ່າງມີປະສິດທິຜົນ.

        ພ້ອມກັນນັ້ນ, ແຂວງ ອານຢາງ ຕ້ອງສືບຕໍ່ລະດົມທຸກແຫຼ່ງກຳລັງເພື່ອເບິ່ງແຍງດູແລໃຫ້ແກ່ປະຊາຊົນ; ປະຕິບັດວຽກງານຮັບປະກັນຊີວິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນສຳລັບພໍ່ແມ່ປະຊາຊົນເຂດພູດອຍ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດປະສົບກັບຄວາມຫຍຸ້ງຍາກພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ