ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ Barcelona, ປະ​ເທດ​ແອັດ​ສະ​ປາຍ

(VOVWORLD) -ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເປີດປະຕູ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ
ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ Barcelona, ປະ​ເທດ​ແອັດ​ສະ​ປາຍ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານເລຂາທິການໃຫຍ່ພັກກອມມູນິດ ແອັດສະປາຍ Enrique Fernando Santiago Romero

ວັນທີ 17 ມີນາ, ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແອັດສະປາຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໄປຍັງນະຄອນ Barcelona. ນະທີ່ນີ້, ທ່ານ Felip Roca Blasco  ເລຂາທິການໃຫຍ່ ຜູ້ຮັບຜິດຊອບການຮ່ວມມືສາກົນຂອງນະຄອນ Barcelona ໄດ້ເນັ້ນໜັກວ່າ ໂດຍແມ່ນນະຄອນທີ່ເປີດກວ້າງ ແລະ ມີຄວາມຂະຫຍັນຂັນເຄື່ອນ, Barcelona ມີຄວາມຫວັງຢາກຊອກຫາກາລະໂອກາດຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ພິເສດແມ່ນນະຄອນໂຮ່ຈີມິນ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເປີດປະຕູ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ແອັດສະປາຍ. ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເລຂາທິການໃຫຍ່ ພ້ອມກັບການນຳນະຄອນ ສ້າງເງື່ອນໄຂ, ປະກອບສ່ວນຊຸກຍູ້ການພົວພັນທາງການຄ້າລະຫວ່າງສອງນະຄອນເວົ້າສະເພາະ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແອັດສະປາຍເວົ້າລວມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານ Pau Guardans Cambo ກົງສູນກິຕິມະສັກ ຫວຽດນາມ ປະຈຳ Barcelona ຢັ້ງຢືນວ່າຈະສືບຕໍ່ເສີມຂະຫຍາຍຖານະບົດບາດ ແລະ ອິດທິພົນຊື່ສຽງຂອງຕົນ, ຊຸກຍູ້ການພົວພັນຄູ່ຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ… ລະຫວ່າງນະຄອນ Barcelona ແລະ ເຂດ Catalonia ກັບ ຫວຽດນາມ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ແອັດສະປາຍ ນັບມື້ນັບພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ